ວັນທີ 11 ຫາ 14 ມີນານີ້ຈະມີພາຍຸລະດູຮ້ອນເຂົ້າລາວອີກຄັ້ງ

ກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ຄາດຄະເນສະພາບອາກາດວ່າ ໃນໄລຍະວັນທີ 11 ຫາ 14 ມີນາ 2020 ຄວາມກົດດັນຂອງອາກາດເຢັນຈາກປະເທດຈີນຈະແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວ, ສົມທົບກັບລົມຕາເວັນຕົກ-ຕາເວັນຕົກສຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ເກີດມີພາຍຸລະດູຮ້ອນ ຝົນຕົກຟ້າຮ້ອງຟ້າເຫຼື້ອມ, ຟ້າຜ່າ ແລະ ໝາກເຫັບຕົກ ໃນລະດັບຄ່ອຍ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນໃຫ້ປະຊາຊົນບັນດາເຜົ່າ ແລະ ອຳນາດການປົກຄອງທຸກພາກສ່ວນ ຈົ່ງມີສະຕິຕໍ່ສະພາບຝົນຕົກ, ລົມແຮງ ແລະ ໃຫ້ຢູ່ຫ່າງໄກຈາກຕົ້ນໄມ້ໃຫຍ່ ແລະ ສິ່ງປຸກສ້າງທີ່ບໍ່ທັນສຳເລັດ ພ້ອມໃຫ້ຕິດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

 

ຮຽບຮຽງຂ່າວ: ພຸດສະດີ