ເຜີຍຜົນວິໄຈ ດວງຈັນຫົດຕົວນ້ອຍລົງສາເຫດເກີດແຜ່ນດິນໄຫວ

ອົງການບໍລິຫານການບິນ ແລະ ອະວະກາດແຫ່ງຊາດສະຫະລັດ ຫຼື ນາຊ້າ ໄດ້ເປີດເຜີຍຜົນວິໄຈທີ່ສະແດງໃຫ້ເຫັນວ່າ ປັດຈຸບັນດວງຈັນຊຶ່ງເປັນບໍລິວານຂອງດາວໂລກໄດ້ຫົດຕົວນ້ອຍລົງກວ່າເກົ່າປະມານ 50 ແມັດ ໃນຮອບ 100 ຮ້ອຍລ້ານປີ ຈິ່ງເຮັດໃຫ້ຜິວດວງຈັນມີຮອຍແຫ່ວທີ່ເຫັນໄດ້ຢ່າງຊັດເຈນ.

ໂດຍສາເຫດການຫົດຕົວໃນຄັ້ງນີ້ກໍເນື່ອງມາຈາກການສູນເສຍຄວາມຮ້ອນໄປແບບຊ້າໆ ຈົນເຮັດໃຫ້ດວງຈັນເປັນດາວເຄາະອີກດວງໜຶ່ງທີ່ສາມາດເກີດແຜ່ນດິນໄຫວຄືກັບດາວໂລກໄດ້.

ທັງນີ້ ການເກີດປາກົດການດັ່ງກ່າວເຮັດໃຫ້ໂຄງການກ່ຽວກັບອະວະກາດທີ່ຈະໄປຕັ້ງສະຖານີສຳຫຼວດເທິງດວງຈັນໃນປີ 2028 ຈະຕ້ອງມີການສຶກສາ ແລະ ວິເຄາະໃຫ້ຫຼາຍຂຶ້ນ.

ສຳລັບການຮັບຮູ້ອົງປະກອບຂອງດວງຈັນຖືເປັນເລື່ອງທີ່ສຳຄັນ ເພາະນັກວິທະຍາສາດເຊື່ອວ່າດວງຈັນ ແລະ ໂລກເຄີຍເປັນດາວດວງດຽວກັນມາກ່ອນ ແລະ ຖ້າຫາກທຳຄວາມເຂົ້າໃຈດວງຈັນໄດ້ກໍຈະຊ່ວຍໃຫ້ເຂົ້າໃຈດາວໂລກໄດ້ເຊັ່ນກັນ ນອກຈາກດວງຈັນທີ່ເກີດການຫົດຕົວ ກໍຍັງມີດາວພຸດທີ່ເປັນດາວເຄາະຊັ້ນໃນສຸດຂອງລະບົບສຸລິຍະຈັກກະວານກໍເລີ່ມມີການຫົດຕົວເຊັ່ນກັນ.

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: news.mthai.com