ໄວຣັສ “ໂປລິໂອ“ລະບາດທີ່ປະເທດປາປົວນິວກີນີ

ໃນວັນທີ 25 ມິຖຸນາ ທີ່ຜ່ານມາ, ອົງການອະນາໄມໂລກ (WHO-World Health Organization) ແລະ ລັດຖະບານປາປົວນິກີນີອອກມາຍືນຍັນຮ່ວມກັນວ່າ ເກີດການລະບາດຂອງໄວຣັສໂປລິໂອຂຶ້ນໃນປະເທດປາປົວນິວກີນີອີກຄັ້ງໜຶ່ງ ຫຼັງຈາກທີ່ປອດເຊື້ອມາເປັນເວລາ 18 ປີ ໂດຍພົບຜູ້ຕິດເຊື້ອໄວຣັສໂປລີໂອ ໃນເດັກນ້ອຍອາຍຸ 6 ປີ ໃນແຂວງໂມໂຣເບ ໃນຊ່ວງທ້າຍເດືອນເມສາທີ່ຜ່ານມາ ແລະ ຍືນຍັນການຕິດເຊື້ອໃນເດືອນຕໍ່ມາ.

ອົງການອະນາໄມໂລກລະບຸວ່າ ສູນຄວບຄຸມ ແລະ ປ້ອງກັນພະຍາດຂອງສະຫະລັດອາເມລິກາໄດ້ອອກຖະແຫຼງການວ່າ ມີເດັກນ້ອຍອີກ 2 ຄົນໃນຊຸມຊົນດຽວກັນທີ່ມີສຸຂະພາບແຂງແຮງດີ ຕິດເຊື້ອໂປລີໂອ ເທົ່າກັບວ່າມີການລະບາດເກີດຂຶ້ນແລ້ວ. ທ່ານ ປາສໂກ ຄາເຊ, ລັດຖະມົນຕີວ່າການກະຊວງສາທາລະນະສຸກປາປົວນິວກີນີ ໄດ້ອອກຖະແຫຼງການໃນມື້ດຽວກັນວ່າ ລັດຖະບານມີຄວາມກັງວົນເປັນຢ່າງສູງຕໍ່ການເກີດໂລກໂປລິໂອຂຶ້ນໃນປະເທດ ແລະ ໄວຣັສເລີ່ມມີການແພ່ກະຈາຍແລ້ວ, ສິ່ງທີ່ຕ້ອງເຮັດອັນດັບທຳອິດແມ່ນປ້ອງກັນບໍ່ໃຫ້ມີເດັກນ້ອຍຕິດເຊື້ອເພີ່ມອີກ.

ອົງການອະນາໄມໂລກຍັງໄດ້ລະບຸເພີ່ມຕື່ມວ່າ ພື້ນທີ່ແຂວງໂມໂຣເບ ເຊິ່ງຢູ່ບໍລິເວນພື້ນທີ່ຊາຍຝັ່ງຕອນເໜືອຂອງປາປົວນິວກີນີ ຖືເປັນພື້ນທີ່ທີ່ມີວັກຊີນໂປລິໂອ ຄອບຄຸມຢູ່ຕໍ່າຫຼາຍ ແລະ ມີເດັກນ້ອຍ 61 ສ່ວນຮ້ອຍເທົ່ານັ້ນທີ່ໄດ້ຮັບວັກຊີນຕາມໂດສທີ່ກຳນົດ. ນອກຈາກນີ້, ຍັງມີເລື່ອງສຸຂະອະນາໄມ ແລະ ຄວາມສະອາດທີ່ບໍດີພໍ ເຮັດໃຫ້ຍັງເກີດບັນຫາຂຶ້ນໃນພື້ນທີ່ດັ່ງກ່າວ. ຢ່າງໃດກໍຕາມ, ໃນຕອນນີ້ຄວາມສ່ຽງທີ່ເຊື້ອໄວຣັສຈະລະບາດໄປຍັງປະເທດອື່ນຍັງມີຕໍ່າຫຼາຍ.

ປະເທດປາປົວນິວກີນີບໍ່ເຄີຍມີຄົນເຈັບຕິດເຊື້ອໄວຣັສໂປລີໂອມາຕັ້ງແຕ່ແຕ່ປີ 1996 ແລະ ໄດ້ຮັບຮອງວ່າປາສະຈາກເຊື້ອໃນປີ 2000 ພ້ອມກັນກັບປະເທດອື່ນໃນພູມິພາກປາຊີຟິກຕາເວັນຕົກ.