ຂໍ້ມູນໂດຍອົງການອະນາໄມໂລກທີ່ລະບຸເມື່ອບໍ່ດົນມານີ້ວ່າ ເຄິ່ງໜຶ່ງຂອງຜູ້ສູບຢາທັງໝົດເສຍຊີວິດຈາກພິດຢາສູບ ໂດຍມີຜູ້ເສຍຊີວິດ 6 ລ້ານລາຍໃນແຕ່ລະປີ ນອກນີ້ ຍັງມີຄົນອີກເກືອບ 9 ແສນລາຍເສຍຊີວິດເພາະຢູ່ໃກ້ຊິດກັບຄວັນຢາສູບມືສອງ.
ເມື່ອຫວນກັບຄືນໄປຫຼາຍສະຕະວັດກ່ອນ ຊຶ່ງເຊື່ອວ່າຢາສູບເປັນສິ່ງທີ່ດີຕໍ່ສຸຂະພາບ ໂດຍໃນສະຕະວັດທີ 16 ຕົ້ນຢາສູບນິໂຄເທຍນາ (Nicotiana) ໄດ້ຖືກຍອມຮັບວ່າເປັນສະໝຸນໄພສັກສິດ ແລະ ຊ່ວຍໃນການປິ່ນປົວພະຍາດ ຊຶ່ງໃນຍຸກສະໄໝນັ້ນນັກວິໄຈດ້ານການແພດຊາວດັຕກໍຄື ໄຈລ ເອເວີຣຣາຣດ ເຊື່ອວ່າສັບພະຄຸນຂອງຕົ້ນຢາສູບນິໂຄເທຍນາຈະເຮັດໃຫ້ຜູ້ຄົນເຂົ້າຫາແພດໝໍໜ້ອຍລົງ ຊຶ່ງເຂົາເຈົ້າຖືວ່າຄວັນຢາສູບເປັນຢາແກ້ພິດ ແລະ ພະຍາດຕິດຕໍ່ຮ້າຍແຮງໄດ້.
ຢ່າງໃດກໍຕາມ ກໍເລີ່ມມີຄົນສົງໃສໃນສັບພະຄຸນຂອງຢາສູບໃນຖານະຢາປິ່ນປົວພະຍາດ ໂດຍແພດຊາວອັງກິດ ຈອນ ຄອຕຕາ ຊຶ່ງຂຽນໜັງສືເລື່ອງຢາ ແລະ ເມື່ອປີ 1612 ກໍມີຄົນເລີ່ມສົງໄສກ່ຽວກັບສິ່ງທີ່ວ່າເປັນຢາປິ່ນປົວພະຍາດ ຊຶ່ງແທ້ຈິງແລ້ວອາດເປັນສາເຫດຂອງພະຍາດຫຼາຍຊະນິດ.
ຊຶ່ງເມື່ອປະມານ 30 ປີຜ່ານມາຫຼາຍປະເທດທົ່ວໂລກກໍເຂົ້າໃຈເຖິງພິດໄພຂອງຢາສູບເພີ່ມຂຶ້ນ ຫຼາຍປະເທດຫ້າມບໍ່ໃຫ້ມີການສູບຢາໃນທີ່ສາທາລະນະທີ່ບໍ່ມີອາກາດຖ່າຍເທ ລວມເຖິງການປຸກລະດົມໃຫ້ຄົນຄຳນຶງເຖິງພິດໄພຂອງຢາສູບເພີ່ມຂຶ້ນເລື້ອຍໆ ບາງປະເທດບັງຄັບໃຫ້ຕິດຮູບຄົນໄຂ້ໄລຍະສຸດທ້າຍຈາກພິດຢາສູບຢູ່ເທິງຊອງ ແລະ ອື່ນໆ.
ຂະນະທີ່ອົງການອະນາໄມໂລກຖືວ່າ ຢາສູບເປັນພະຍາດລະບາດ ແລະ ເປັນໄພຕໍ່ສຸຂະພາບຮ້າຍແຮງທີ່ສຸດຢ່າງໜ່ຶງທີ່ໂລກເຄີຍຜະເຊີນ ແລະ ຮຽກຮ້ອງໃຫ້ປະເທດຕ່າງໆໃຊ້ນະໂຍບາຍເພື່ອປ້ອງກັນບໍ່ໃຫ້ມີຄົນສູບຢາເຊັ່ນ ຈຳກັດການໂຄສະນາ ການໃຫ້ເງິນສະໜັບ ສະໜູນໂດຍບໍລິສັດຜູ້ຜະລິດຢາສູບ ແລະ ຂຶ້ນພາສີຢາສູບເຫຼົ່ານີ້ເປັນຕົ້ນ.
ພ້ອມນີ້ ອົງການອະນາໄມໂລກກໍລະບຸອີກວ່າ ມີຈຳນວນຄົນສູບຢາໜ້ອຍລົງ ຊຶ່ງໃນປີ 2016 ມີຄົນສູບຢາຄິດເປັນ 20% ຈາກຄົນທົ່ວໂລກ ທຽບກັບ 27% ເມື່ອປີ 2000 ແຕ່ນີ້ກໍຍັງບໍ່ໄດ້ຕາມເປົ້າໝາຍທີ່ນາໆຊາດຕົກລົງກັນໄວ້ ຊຶ່ງຂະນະນີ້ມີຜູ້ໃຫຍ່ທີ່ສູບຢາ 1,1 ພັນລ້ານຄົນ ໃນນັ້ນ 80% ເປັນຄົນຈາກປະເທດທີ່ມີລາຍຮັບລະດັບກາງ ແລະ ຕ່ຳ.
ຮຽບຮຽງ: ສະຫະລັດ ວອນທິວົງໄຊ
ຮູບພາບ: bbc.com