“ກາຣອມເບີ” ພາຂັນບານໂລກແຕະພື້ນດິນລາວແລ້ວ ເປີດໂຊທີ່ນະຄອນຫຼວງວຽງຈັນ

ເມື່ອຕອນເຊົ້າຂອງວັນທີ 28 ມັງກອນ 2018 ເຮືອບິນພິເສດຂອງຟີຟາ ໄດ້ເດີນທາງເຖິງສະໜາມບິນສາກົນວັດໄຕ ເພື່ອນຳເອົາຂັນບານໂລກ FIFA World Cup ມາວາງສະແດງໃຫ້ຊາວລາວໄດ້ຊົມກັນ ເຊິ່ງຄັ້ງນີ້ຖືວ່າເປັນຄັ້ງທຳອິດໃນປະຫວັດສາດຂອງລາວ ທີ່ຂັນລາງວັນລະດັບໂລກດັ່ງກ່າວໄດ້ຖືກນຳມາວາງສະແດງໃຫ້ແຟນບານໃນລາວໄດ້ຊົມກັນ.

ໂອກາດພິເສດນີ້ ເກີດຂຶ້ນໄດ້ຈາກການທີ່ຜູ້ສະໜັບສະໜູນຫຼັກຢ່າງເປັນທາງການຂອງບານໂລກ 2018 ທີ່ຣັດເຊຍ ຢ່າງ ໂຄຄາ-ໂຄລາ ຕັ້ງໃຈທີ່ຈະສົ່ງມອບ ແລະ ເປີດປະສົບການຄັ້ງສຳຄັນໃຫ້ກັບແຟນບານຊາວລາວ ໄດ້ມີໂອກາດໃກ້ຊິດກັບຂັນລາງວັນອັນຊົງກຽດນີ້.

ທີ່ພິເສດທີ່ສຸດກໍຄື ມີການເຊີນ ຄຣິສຕິຢອງ ກາຣອມເບີ ອະດີດນັກເຕະທີມຊາດຝຣັ່ງ ຊຸດແຊມບານໂລກ ຟຣອງ 98 ເປັນຜູ້ເຊີນຂັນອັນຊົງກຽດນີ້ມາຍັງປະເທດລາວ.

 

ແຫລ່ງຂ່າວ: ມ່ວນສະນຸກ