spot_img
Homeຂ່າວພາຍ​ໃນ2018 ທ​ລຍ ໄດ້​ຫຼຸດ​ຜ່ອນ​ຄວາມ​ທຸ​ກ​ຍາ​ກ​ໃຫ້​ປະ​ຊາ​ຊົນ 27 ພັນກວ່າຄອບ​ຄົວ

2018 ທ​ລຍ ໄດ້​ຫຼຸດ​ຜ່ອນ​ຄວາມ​ທຸ​ກ​ຍາ​ກ​ໃຫ້​ປະ​ຊາ​ຊົນ 27 ພັນກວ່າຄອບ​ຄົວ

Published on

ໃນ​ວັນ​ທີ 7 ມີ​ນາ 2019 ທີ່​ສະ​ຖາ​ບັນ​ຄົ້ນ​ຄວ້າ​ກະ​ສິ​ກຳ, ປ່າ​ໄມ້ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ນະ​ຄອນ​ຫລວງວຽງ​ຈັນ, ໄດ້​ຈັດ​ກອງ​ປະ​ຊຸມ​ສະ​ພາ​ບໍ​ລິ​ຫານກອງ​ທຶນ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ (ທ​ລຍ) ຄັ້ງ​ທີ 24 ຂຶ້ນ, ໂດຍ​ການ​ເປັນ​ປະ​ທານ​ຂອງ​ ທ່ານ ລຽນ ທິ​ແກ້ວ ລັດ​ຖະ​ມົນ​ຕີ ​ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້, ທັງ​ເປັນ​ປະ​ທານ​ສະ​ພາ​ບໍ​ລິ​ຫານ ທ​ລຍ, ມີ​ບັນ​ດາ​ຮອງ​ປະ​ທານ ແລະ ຄະ​ນະ​ກຳ​ມະ​ການ​ສະ​ພາ​ບໍ​ລິ​ຫານ ທ​ລຍ ພ້ອມ​ດ້ວຍ​ພາກ​ສ່ວນ​ກ່ຽວ​ຂ້ອງ ​ເຂົ້າ​ຮ່ວມ.

ໃນ​ໂອ​ກາດ​ດັ່ງ​ກ່າວ, ທ່ານ ລຽນ ທິ​ແກ້ວ ​ກ່າວ​ວ່າ: ກອງ​ປະ​ຊຸມ​ສະ​ພາ​ບໍ​ລິ​ຫານ ທ​ລຍ ຄັ້ງ​ທີ 24 ນີ້ ໄດ້​ໄຂ​ຂຶ້ນ​ໃນ​ເງື່ອນ​ໄຂ​ ທີ່​ພວກ​ເຮົາ​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ຍຸດ​ທະ​ສາດ ການ​ເຕີບ​ໂຕ ແລະ ລຶບ​ລ້າງ​ຄວາມ​ທຸ​ກ​ຍາກ​, ປີ​ນີ້ ທ​ລຍ ຄົບ​ຮອບ 16 ປີ ເຊິ່ງ​ເປັນ​ປີສຸດ​ທ້າຍ​ຂອງ ທ​ລຍ ໄລ​ຍະ 3 ໂດຍ​ຈະ​ອັດ​ລົງ​ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ 6 ປີ 2020. ສະ​ນັ້ນ, ​ກອງ​ປະ​ຊຸ​ມ​ໃນ​ຄັ້ງ​ນີ້ ຈຶ່ງ​ເປັນ​ການ​ປະ​ກອບ​ສ່ວນ​ຫຼຸບ​ສັງ​ລວມ ສະ​ພາບ​ການ​ແກ້​ໄຂ​ຄວາມ​ທຸກ​ຍາກ​ຢູ່​ປະ​ເທດ​ເຮົາ, ພ້ອມ​ທັງ​ເປັນ​ການ​ຖອດ​ຖອນ​ບົດ​ຮຽນ​ເພື່ອ​ເປັນ​ພື້ນ​ຖານ​ໃຫ້​ການ​ຮ່າງ​ຍຸດ​ທະ​ສາດ​ສະ​ບັບ​ໃໝ່. ກອງ​ປະ​ຊຸມ​ໃນ​ຄັ້ງ​ນີ້,​ ຍັງ​ຈະ​ເປັນ​ການ​ທົບ​ທວນ​ຄືນ​ຮູບ​ແບບ​ວິ​ທີ​ການ ແລະ ກົງ​ຈັກ​ຂອງ ທ​ລຍ ເພື່ອ​ເພີ່ມ​ທະ​ວີ​ປະ​ສິດ​ທິ​ຜົນ ​ແລະ ຄວາມ​ຍືນ​ຍົງ​ໃນ​ຕໍ່​ໜ້າ, ປັບ​ຕົວ​ໃຫ້​ສາ​ມາດ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ ໃນ​ການ​ຄ້ຳ​ປະ​ກັນ​ສະ​ບຽງ​ອາ​ຫານ, ສົ່ງ​ເສີມ​ການ​ຜະ​ລິດ​ເປັນ​ສິນ​ຄ້າ, ຊຸກ​ຍູ້​ເສດ​ຖະ​ກິດ​ປະ​ຊາ​ຊົນ, ສ້າງ​ລາຍ​ຮັບ, ແກ້​ໄຂ​ບັນ​ຫາ​ໂພ​ຊະ​ນາ​ການ ແລະ ຄວາມ​ທຸກ​ຍາກ​ຢູ່​ປະ​ເທດ​ເຮົາ​ໃຫ້​ດີຂຶ້ນກວ່າ​ເກົ່າ.

ທ່ານ ຈິດ​ ທະ​ວີ​ໃສ ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ ທ​ລຍ ໄດ້ໃຫ້​ຮູ້​ວ່າ: ໃນ​ປີ 2018 ວຽກ​ງານ​ ທ​ລຍ ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ ຢູ່ 326 ບ້ານ ມີ 27,371 ຄອບ​ຄົວ, ມີ 168,308 ຄົນ ໃນ​ຈຳ​ນວນ​ທຶນ 155,76 ຕື້​ກີບ, ໂດຍ​ໄດ້​ຈັດ​ສັນ​ໃສ່ 4 ວຽກ​ງານ​ຂອງ​ ທ​ລຍ ຄື: ວຽກ​ງານ​ການ​ວາງ​ແຜນ ແລະ ກໍ່​ສ້າງ​ໂຄງ​ການ ມີ 107,48 ຕື້​ກີບ ຈຳ​ນ​ວນ 335 ໂຄງ​ການ​ຍ່ອຍ, ວຽກ​ງານ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ ແລະ ຊຸມ​ຊົນ​ ມີ 19,37 ຕື້​ກີບ, ວຽກ​ງານ​ບໍ​ລິ​ຫານ​ໂຄງ​ການ ມີ 24,89 ຕື້​ກີບ ແລະ ວຽກ​ງານ​ປັບ​ປຸງ​ຊີ​ວິ​ດ​ການ​ເປັນ​ຢູ່ ເຊື່ອມ​ສານ​ໂພ​ຊະ​ນາ​ການ ມີ 4 ຕື້​ກີບ. ໃນ​ນັ້​ນ​ລັດ​ຖະ​ບານ ໄດ້​ອະ​ນຸ​ມັດ 11 ຕື້​ກີບ ໃນ​ປີ 2018 ແລະ ຈັດ​ຕັ້ງ​ປະ​ຕິ​ບັດ 38 ໂຄງ​ການ, ຊຸ​ມ​ຊົນ​ປະ​ກອບ​ສ່ວນ​ເປັນ​ແຮງ​ງານ ແລະ ວັດ​ສະ​ດຸ 6,27 ຕື້​ກີບ ກວມ​ປະ​ມານ 7%.

 

ຂຽນໂດຍ: ແຟນຊິສ ສະຫວັນຄຳ

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...