17 ຄຳສັ່ງ ທີ່ຕ້ອງປະຕິບັດ ໃນໄລຍະວັນທີ 20-30 ກັນຍາ 2021 ນະຄອນຫຼວງວຽງຈັນ

0
3033

ຕາມການຖະແຫຼງຂ່າວ ຂອງວັນທີ 19 ກັນຍາ 2021, ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງ ພະຍາດ COVID-19 ຢູ່ນະຄອນຫຼວງວຽງຈັນ ຂ້າພະເຈົ້າ ຂໍຖະແຫຼງຂ່າວດ່ວນ ກ່ຽວກັບການ ອອກຄໍາສັ່ງຂອງເຈົ້າຄອງນະຄອນຫຼວງວຽງຈັນ ເພື່ອຍົກລະດັບມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຢູ່ນະຄອນຫຼວງວຽງຈັນ ແຕ່ວັນທີ 20 – 30 ກັນຍາ 2021.

ເຈົ້າຄອງນະຄອນຫຼວງວຽງຈັນ ຈຶ່ງໄດ້ອອກຄໍາສັ່ງ ດັ່ງນີ້:

1.ໃຫ້ພະແນກການ, ອົງການທຽບເທົ່າພະແນກ, ອົງການປົກຄອງເມືອງ ແລະ ບ້ານ ຈົ່ງເພີ່ມ ທະວີການໂຄສະນາເຜີຍແຜ່, ສຶກສາອົບຮົມ ຢ່າງກວ້າງຂວາງ ແລະ ເລິກເຊິ່ງ ດ້ວຍຫຼາຍຮູບແບບ ແລະ ວິທີການ ເພື່ອໃຫ້ປະຊາຊົນ ໃຫ້ຮູ້ຈັກປ້ອງກັນພະຍາດນີ້ ດ້ວຍຕົນເອງຢ່າງຖືກຕ້ອງ ແລະ ເຂັ້ມງວດ.

2.ໃຫ້ພະນັກງານ – ລັດຖະກອນ, ວິສາຫະກິດ, ອົງການຈັດຕັ້ງສາກົນ ຢຸດການມາເຮັດວຽກຢູ່ ຫ້ອງການ ແຕ່ວັນທີ 20 ເຖິງ 30 ກັນຍາ 2021, ຍົກເວັ້ນທະຫານ, ຕໍາຫຼວດ, ເຈົ້າຫນ້າທີ່ດັບເພີງ, ແພດຫມໍ, ພະນັກງານ, ອາສາສະຫມັກ ຮັບຜິດຊອບລະບົບການບໍລິການໄຟຟ້າ, ນ້ໍາປະປາ, ການສື່ສານແລະ ເຮັດວຽກສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ປິ່ນປົວ ຜູ້ຕິດເຊື້ອພະຍາດ

3.ຫ້າມ ປະຊາຊົນ, ພະນັກງານ – ລັດຖະກອນ, ວິສາຫະກິດ, ອົງການຈັດຕັ້ງສາກົນ, ທະຫານ, ຕໍາຫຼວດ, ກໍາມະກອນ, ນັກຮຽນ, ນັກສຶກສາ, ຜູ້ປະກອບການ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ ແລະ ຊາວຕ່າງປະເທດ ທີ່ເຄື່ອນໄຫວຢູ່ນະຄອນຫຼວງວຽງຈັນ ອອກຈາກເຮືອນ ຫຼື ທີ່ພັກອາໄສ ເດີນທາງໄປ ມາ ຢູ່ພາຍໃນນະຄອນຫຼວງວຽງຈັນ, ຍົກເວັ້ນກໍລະນີທີ່ຈໍາເປັນ ເຊັ່ນ: ໄປຊື້ອາຫານ, ຢາປົວພະຍາດ, ໄປໂຮງຫມໍ, ໄປປະຕິບັດຫນ້າທີ່ ທີ່ລະບຸໄວ້ໃນຂໍ້ທີ 14 ຂອງຄໍາສັ່ງສະບັບນີ້ ແລະ ໄປປະຕິບັດຫນ້າທີ່ ຕາມການມອບຫມາຍຂອງການຈັດຕັ້ງ.

-ສໍາລັບ ຜູ້ທີ່ຈໍາເປັນຕ້ອງໄປທໍາການຜະລິດກະສິກໍາ ແມ່ນສາມາດໄປໄດ້ ແຕ່ມອບໃຫ້ອົງການ ປົກຄອງບ້ານ ເປັນຜູ້ກວດກາ ແລະ ຄຸ້ມຄອງ ດ້ານຈໍານວນ ແລະ ຂອບເຂດ ຢ່າງຮັດກຸມ ເພື່ອບໍ່ໃຫ້ມີ ຄວາມສ່ຽງຕໍ່ການລະບາດຂອງພະຍາດ ໂດຍບໍ່ໃຫ້ເກັບຄ່າທໍານຽມ ຫຼື ຄ່າບໍລິການໃດໆ.

-ໃຫ້ກໍາລັງ ປກຊ-ປກສ ສົມທົບກັບອົງການປົກຄອງເມືອງ, ບ້ານກ່ຽວຂ້ອງ ຕັ້ງຈຸດກວດກາ, ປ້ອງກັນ ແລະ ລາດຕະເວນຕາມເສັ້ນທາງ ເພື່ອສະກັດກັ້ນ ບໍ່ໃຫ້ຄົນທີ່ບໍ່ໄດ້ຮັບອະນຸຍາດ ເດີນທາງໄປ ມາໃນ 7 ເມືອງ ຢ່າງເຂັ້ມງວດ ຄື: ເມືອງຈັນທະບູລີ, ເມືອງສີໂຄດຕະບອງ, ເມືອງໄຊເສດຖາ, ເມືອງສີ ສັດຕະນາກ, ເມືອງໄຊທານີ, ເມືອງຫາດຊາຍຟອງ ແລະ ເມືອງນາຊາຍທອງ.

-ສໍາລັບ ເມືອງສັງທອງ ແລະ ເມືອງປາກງື່ມ ແມ່ນໃຫ້ສືບຕໍ່ປ້ອງກັນເວນຍາມ ຕາມປົກກະຕິ.

4.ຫ້າມບຸກຄົນ ແລະ ພາຫະນະຂົນສົ່ງໂດຍສານ ຢູ່ນະຄອນຫຼວງວຽງຈັນ ເດີນທາງໄປຕ່າງ ແຂວງ ຫຼື ເຂດທີ່ມີການຕິດເຊື້ອ ຫຼື ເຂດທີ່ມີຄວາມສ່ຽງ ຍົກເວັ້ນແຕ່ໄດ້ຮັບອະນຸຍາດ ຈາກຄະນະ ສະເພາະກິດ ຂັ້ນສູນກາງ ຫຼື ນະຄອນຫຼວງວຽງຈັນ ຍ້ອນເຫດຜົນຈໍາເປັນ ເຊັ່ນ: ຂົນສົ່ງສິນຄ້າ, ໂຄງການ ແລະ ວຽກງານບູລິມະສິດ ຂອງລັດຖະບານ. ໃຫ້ເຈົ້າຫນ້າທີ່ ປກຊ-ປກສ ຕັ້ງດ່ານກວດກາ ເອກະສານ, ເກັບກໍາຂໍ້ມູນ ແລະ ສະກັດກັ້ນ ບໍ່ໃຫ້ບຸກຄົນທີ່ບໍ່ໄດ້ຮັບອະນຸຍາດ ເດີນທາງໄປຕ່າງ ແຂວງ ຢ່າງເດັດຂາດ.

5.ຫ້າມບຸກຄົນຢູ່ແຂວງ ທີ່ມີການແຜ່ລະບາດໃນຊຸມຊົນ ເດີນທາງເຂົ້າມານະຄອນຫຼວງວຽງຈັນ , ຖ້າຈໍາເປັນຕ້ອງເຂົ້າມາ ຕ້ອງຈໍາກັດບໍລິເວນໃຫ້ຄົບ 14 ວັນ ຢູ່ສູນ ຫຼື ໂຮງແຮມຈໍາກັດບໍລິເວນ ທີ່ ຄະນະສະເພາະກິດ ນະຄອນຫຼວງວຽງຈັນ ກໍານົດໄວ້ ແລະ ຕ້ອງຮັບຜິດຊອບຄ່າໃຊ້ຈ່າຍທັງຫມົດ ດ້ວຍ ຕົນເອງ, ຖ້າຜູ້ໃດບໍ່ຍິນຍອມເຂົ້າຈໍາກັດບໍລິເວນ ແມ່ນໃຫ້ກັບຄືນເມືອແຂວງຂອງຕົນທັນທີ. ສໍາລັບ ຄົນນະຄອນຫຼວງວຽງຈັນ ທີ່ຍັງຕົກຄ້າງຢູ່ຕ່າງແຂວງ ແມ່ນສາມາດເດີນທາງກັບຄືນມາພູມລໍາເນົາ ຂອງຕົນໄດ້ ແຕ່ຖ້າມາຈາກແຂວງທີ່ມີການລະບາດໃນຊຸມຊົນ ຕ້ອງໄດ້ຈໍາກັດບໍລິເວນໃຫ້ຄົບ 14 ວັນ.

-ໃຫ້ເຈົ້າຫນ້າທີ່ ປກຊ-ປກສ ຕັ້ງດ່ານກວດກາ ເອກະສານ, ເກັບກໍາຂໍ້ມູນ ແລະ ສະກັດກັ້ນ ບໍ່ໃຫ້ບຸກຄົນທີ່ບໍ່ໄດ້ຮັບອະນຸຍາດ ເດີນທາງເຂົ້າມາ ນະຄອນຫຼວງວຽງຈັນ ຢ່າງເດັດຂາດ.

6.ຫ້າມຜູ້ທີ່ຕິດເຊື້ອ ແລະ ຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອພະຍາດ COVID-19 ປິດອໍາ ຖ້າສືບຮູ້ວ່າມີການປິດອໍາ ຫຼື ຕົວະ ຫຼື ຫຼົບຫນີ ຕ້ອງຖືກປັບໄຫມ ແລະ ດໍາເນີນຄະດີ ຕາມລະບຽບກົດຫມາຍ ລວມທັງໃຫ້ຮັບຜິດຊອບຕໍ່ ຄວາມເສຍຫາຍທີ່ກໍ່ຂຶ້ນທັງຫມົດ ຢ່າງເຂັ້ມງວດ;

7.ຫ້າມການຈັດປະຊຸມ, ໂຮມຊຸມນຸມ ແລະ ກິດຈະກໍາຕ່າງໆ ເຊັ່ນ: ກິດຈະກໍາທາງສາສະຫນາ, ງານບຸນປະເພນີ, ງານດອງ ແລະ ຫ້າມການຈັດງານສັງສັນ, ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່, ສໍາ ລັບ ການງັນເຮືອນດີ, ງານຊາປະນາກິດສົບ ແລະ ເຮັດບຸນແຈກທານ ຕ້ອງປະຕິບັດມາດຕະການປ້ອງ ກັນການຕິດເຊື້ອ.

8.ປິດດ່ານບ້ານໂດນ ເມືອງປາກງື່ມ, ດ່ານທ່າເດືອ ເມືອງຫາດຊາຍຟອງ, ດ່ານຫນອງດາ ເມືອງ ສີໂຄດຕະບອງ, ທ່ານໂຄກແຫ້ ເມືອງສັງທອງ ຢ່າງເຂັ້ມງວດ. ສໍາລັບ ດ່ານສາກົນຂົວມິດຕະພາບ ລາວ-ໄທ 1 ນະຄອນຫຼວງວຽງຈັນ ແມ່ນປິດການອະນຸຍາດເດີນທາງ ເຂົ້າ-ອອກ ຂອງບຸກຄົນທົ່ວໄປ, ຍົກເວັ້ນ ຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ຂັ້ນສູນກາງ; ສ່ວນພາຫະນະ ຂົນສົ່ງສິນຄ້າ ຂອງຜູ້ປະກອບການດ້ານການຂົນສົ່ງ ທີ່ໄດ້ຮັບອະນຸຍາດດໍາເນີນທຸລະກິດ ຖືກຕ້ອງຕາມກົດຫມາຍ ແລະ ລະບຽບການ ສາມາດເຂົ້າ-ອອກໄດ້.

9.ປິດຮ້ານຄາຣາໂອເກະ, ສະຖານບັນເທິງ, ກາຊີໂນ, ຮ້ານອິນເຕີເນັດຄາເຟ, ຮ້ານເກມ, ໂຮງສາຍ ຮູບເງົາ, ຮ້ານສະນຸກເກີ, ຮ້ານນວດ, ຮ້ານສະປາ, ຮ້ານຕັດຜົມ, ຮ້ານເສີມສວຍ, ສູນການຄ້າ, ຕະຫຼາດ ກາງຄືນ, ສວນອາຫານ, ສະຖານທີ່ທ່ອງທ່ຽວ, ເຮືອນພັກ, ຣີສອດ, ຮ້ານກິນ-ດື່ມ, ຮ້ານປະເພດປີ້ງຕ່າງໆ ທີ່ມີການບໍລິການເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ການຂາຍເຄື່ອງຊະຊາຍຕາມແຄມທາງເຊັ່ນ: ການຂາຍ ຫວຍ, ເຄື່ອງຂອງ ແລະ ອາຫານ…

10.ຫ້າມໄປອອກກໍາລັງກາຍຢູ່ກາງແຈ້ງ ຕາມສະຖານທີ່ສາທາລະນະຕ່າງໆເຊັ່ນ: ສະຫນາມຫຼວງ, ບຶງທາດຫຼວງ, ສວນເຈົ້າອານຸວົງ… ແລະ ປິດສູນກິລາໃນຮົ່ມຕ່າງໆ ແລະກາງແຈ້ງຕ່າງໆ

11.ປິດໂຮງງານຕັດຫຍິບ, ໂຮງງານອື່ນໆ ແລະ ບັນດາໂຄງການໃຫຍ່ ເພື່ອປະເມີນຄວາມ ສຽງ, ຖ້າຮັບປະກັນໄດ້ວ່າ ບໍ່ມີຄວາມສ່ຽງໃນການແຜ່ລະບາດພະຍາດ COVID-19 ຈິ່ງພິຈາລະນາ ອະນຸຍາດໃຫ້ເປີດໂຮງງານຄົນ. ໃຫ້ໂຮງງານທີ່ປິດ ຄຸ້ມຄອງ ແລະ ຊ່ວຍເຫຼືອພະນັກງານ ແລະ ກໍ ມະກອນຂອງຕົນ ໃນໄລຍະພັກວຽກ.

12.ຫ້າມກັກຕຸນ ແລະ ຂຶ້ນລາຄາສິນຄ້າ ທີ່ຈໍາເປັນຕໍ່ ການກັນການລະບາດ, ການ ອຸປະໂພກ ແລະ ບໍລິໂພກ ເປັນຕົ້ນຜ້າປິດປາກ-ດັງ, ນ້ໍາຢາລ້າງມື, ຢາປົວພະຍາດ, ອຸປະກອນການ ແພດ, ເຂົ້າ, ອາຫານ, ນໍ້າດື່ມ ແລະ ອື່ນໆ. ໃຫ້ເຈົ້າຫນ້າທີ່ກວດກາການຄ້າ ເອົາໃຈໃສ່ເປັນພິເສດ ໃນ ການຕິດຕາມ ກວດກາ ແລະ ຄຸ້ມຄອງລາຄາສິນຄ້າ,ພ້ອມກັນນັ້ນ ກໍ່ໃຫ້ສົມທົບກັບເຈົ້າຫນ້າທີ່ຕໍາ ຫຼວດ ດໍາເນີນມາດຕະການປັບໄຫມ ແລະ ລົງໂທດ ຕໍ່ຜູ້ລະເມີດຢ່າງເຂັ້ມງວດ.

13.ຫ້າມໂຄສະນາ, ເຜີຍແຜ່ ແລະ ສົ່ງຕໍ່ຂໍ້ມູນຂ່າວສານ ທີ່ບໍ່ມີມູນຄວາມຈິງ ໃນຮູບແບບ ໃດຫນຶ່ງ ຜ່ານສືຕ່າງໆ ຊຶ່ງເຮັດໃຫ້ມີຄວາມເຂົ້າໃຈຜິດ, ສ້າງຄວາມແຕກຕື່ນ.

14.ອະນຸຍາດໃຫ້ເປີດການຊື້-ຂາຍ ເຄື່ອງອຸປະໂພກ-ບໍລິໂພກ ດ້ວຍການຈັດຊື້, ຈັດສົ່ງ ແລະ ຮັບເອົາ ທີ່ຮັບປະກັນການປ້ອງກັນການແຜ່ເຊື້ອພະຍາດໄດ້ ແລະ ອະນຸຍາດໃຫ້ເປີດກິດຈະການທີ່ ມີຄວາມຈໍາເປັນອື່ນໆ ເຊັ່ນ: ທະນາຄານ, ສະຖາບັນການເງິນ ທີ່ບໍ່ແມ່ນທະນາຄານ, ໂຮງຫມໍ, ຫ້ອງ ກວດພະຍາດເອກະຊົນ, ຮ້ານຂາຍຢາ, ຫນ່ວຍກູ້ໄພ, ກິດຈະການໄປສະນີ, ໂທລະຄົມມະນາຄົມ, ໄຟຟ້າ, ນ້ໍາປະປາ, ປ້ໍານ້ໍາມັນ ແລະ ການບໍລິການເກັບມ້ຽນຂີ້ເຫຍື້ອ. -ຜູ້ໃຫ້ບໍລິການຕ້ອງໄດ້ຮັບວັກຊີນ ຄົບໂດສ ແລະ ຕ້ອງປະຕິບັດມາດຕະການ ປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອພະຍາດ COVID-19 ທີ່ຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ.

15.ໃຫ້ຄະນະສະເພາະກິດ ນະຄອນຫຼວງວຽງຈັນ, ເມືອງ ເພີ່ມທະວີການປະຕິບັດບົດບາດ ສິດ ແລະ ຫນ້າທີ່ຂອງຕົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ; ເປັນໃຈກາງໃນການປະສານ ກັບທຸກພາກສ່ວນທີ່ກ່ຽວຂ້ອງ ຊີ້ນໍາ, ຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດວຽກ ງານສະກັດກັ້ນການແຜ່ລະບາດ, ຄວບຄຸມ ແລະ ປິ່ນປົວຜູ້ຕິດເຊື້ອ, ເກັບຕົວຢ່າງກວດຫາເຊື້ອ ແລະ ນໍາຕົວຜູ້ສໍາຜັດໃກ້ຊິດໄປຈໍາກັດບໍລິເວນ ໃຫ້ຄົບຖ້ວນ, ວ່ອງໄວ ແລະ ທັນການ; ສະຫຼຸບຕີລາຄາ ແລະ ລາຍງານສະພາບການຈັດຕັ້ງປະຕິບັດມາດຕະການຕ່າງໆ ທີ່ລັດຖະບານ ແລະ ນະຄອນຫຼວງວຽງຈັນ ວາງອອກ ໃນແຕ່ລະວັນໃຫ້ການນໍານະຄອນຫຼວງວຽງຈັນ ຊາບ ແລະ ຊີ້ນໍາຢ່າງທັນການ.

16.ໃຫ້ກອງບັນຊາການ ປກຊ-ປກສ ນະຄອນຫຼວງວຽງຈັນ, ສົມທົບກັບອົງການປົກຄອງ ເມືອງ ຕິດຕາມກວດກາ, ຮັກສາຄວາມສະຫງົບ, ຮັກສາຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ແລະ ຈັດຕັ້ງປະຕິບັດ ມາດຕະການທີ່ໄດ້ກໍານົດໄວ້ ໃນຄໍາສັ່ງສະບັບນີ້ ຢ່າງເຂັ້ມງວດ. ຖ້າມີການ ລະເມີດ ຕໍ່ຄໍາສັ່ງສະບັບນີ້ ແມ່ນໃຫ້ເຈົ້າຫນ້າທີ່ປ້ອງກັນຄວາມສະຫງົບ ແລະ ເຈົ້າຫນ້າທີ່ກ່ຽວຂ້ອງ ດໍາເນີນມາດຕະການຕາມກົດຫມາຍ ແລະ ລະບຽບການ ຢ່າງເຂັ້ມງວດ.

17.ມາດຕະການຕໍ່ຜູ້ລະເມີດ: ບຸກຄົນ ຫຼື ນິຕິບຸກຄົນ ທີ່ລະເມີດມາດຕະການຂອງຄະນະ ສະເພາະກິດຂັ້ນສູນກາງ, ນະຄອນຫຼວງວຽງຈັນ ແລະ ຄໍາສັ່ງສະບັບນີ້ ຕ້ອງຖືກປັບໄຫມ ຢ່າງເຂັ້ມງວດ ແລະ ເດັດຂາດ ດັ່ງນີ້:

– ບຸກຄົນລະເມີດ: ໃຫ້ປັບໄຫມ 3.000.000 ກີບ/ຄົນ/ຄັ້ງ;

– ນິຕິບຸກຄົນລະເມີດ: ໃຫ້ປັບໄຫມ 10.000.000 ກີບ/ນິຕິບຸກຄົນຄັ້ງ.

-ມອບໃຫ້ກໍາລັງ ປກສ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຕິດຕາມກວດກາ ໂດຍເລີ່ມຈາກການ ປັບໄຫມ, ສັ່ງໂຈະ ຫຼື ສັ່ງປິດກິດຈະການ ແລະ ກ້າວໄປເຖິງດໍາເນີນຄະດີຕາມລະບຽບກົດຫມາຍ ຕາມ ກໍລະນີ ເເຕ່ເບົາ ຫາ ຫນັກ.

18.ຄໍາສັ່ງສະບັບນີ້ ມີຜົນບັງຄັບໃຊ້ ເລີ່ມແຕ່ເວລາ 12:00 ໂມງ ຂອງວັນທີ 19 ກັນຍາ ເຖິງເວລາ 24:00 ໂມງ ຂອງວັນທີ 30 ກັນຍາ 2021. ໃນກໍລະນີ ມີການປ່ຽນແປງນະຄອນຫຼວງວຽງຈັນ ຈະແຈ້ງ ໃຫ້ຊາບຕື່ມ ເປັນແຕ່ລະໄລຍະ.