spot_img
Homeຂ່າວໂຄວິດ-19ປະຫວັດຜູ້ຕິດເຊື້ອໃນຊຸມຊົນ ປະຈໍາວັນທີ 19 ກັນຍາ 2021

ປະຫວັດຜູ້ຕິດເຊື້ອໃນຊຸມຊົນ ປະຈໍາວັນທີ 19 ກັນຍາ 2021

Published on

ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 19 ກັນຍາ
2021:
ໄດ້ກວດວິເຄາະທັງຫມົດ 5,318 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃຫມ່ ທັງຫມົດ 371 ຄົນ:
– ກໍລະນີນໍາເຂົ້າ ມີ 68 ຄົນ ຈາກ ແຂວງ ສະຫວັນນະເຂດ 42 ຄົນ, ສາລະວັນ 13 ຄົນ,
ຈໍາປາສັກ 10 ຄົນ, ນະຄອນຫຼວງວຽງຈັນ 2 ຄົນ ແລະ ຄໍາມ່ວນ 1 ຄົນ ເຊິ່ງກວດພົບຈາກ ແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າມາຕາມຈຸດຜ່ານແດນສາກົນ.

ສໍາລັບ ການຕິດເຊື້ອໃນຊຸມຊົນ ມີ 303 ຄົນ ລາຍລະອຽດ ດັ່ງຕໍ່ໄປນີ້:

1. ນະຄອນຫຼວງ 225 ຄົນ:

A. ກຸ່ມໂຮງງານອານພີລາວ (ເກັບຕົວຢ່າງໃນໂຮງງານ) ໃຫ້ຜົນບວກ 179,
positive rate 31% (179/560).

B. ໂຄງການສຶກສາ LACOMISS: ມີ 07 ຄົນ
– ຈາກ ບ້ານ ໜອງທາເຫນືອ, ເມືອງ ຈັນທະບູລີ 03 ຄົນ ຊື່ງ ເປັນສະມາຊິກຄອບຄົວດຽວກັນ ທີ່ຕິດເຊື້ອຊີ້ງໄດ້ລາຍງານ ວານນີ້. – ຈາກບ້ານ ຫນອງຈັນ, ເມືອງ ສີສັດຕະນາກ 03 ຄົນເປັນສະມາຊິກຄອບຄົວດຽວກັນທີ່ຕິດເຊື້ອ ຊື່ງໄດ້ລາຍງານ ວານນີ.

– ບ້ານ ໜອງແຕ່ງ 01 ຄົນ (ພະນັກງານ)

C. ຈຸດເກັບຕົວຢ່າງ ຈາກບືງຂະຫຍອງ : ໃຫ້ຜົນບວກ 15 ຄົນ – ອານພີ ລາວ 04 ຄົນ

– ກົມແຜນທີ່ທະຫານ 01 ຄົນ – ຄະນະ ພົວພັນຕ່າງປະເທດ 01 ຄົນ

– ໂຮງງານ ຊີເຄແອວ 02 ຄົນ

– ຕະຫລາດ ດົງຫມາກຄາຍ 02

– ຕະຫລາດ ສີ ເກີດ 01 ແລະ ລັດວິສະຫະກິດ ການບິນລາວ 01

D. ກຸ່ມໄປກວດຢູ່ ໂຮງຫມໍເສດຖາ: ມີ 07 ກໍລະນີເຊິ່ງມາຈາກ:
– ບ້ານ ໂນນຄໍ້ 04 ຄົນ (ເປັນຄອບຄົວດຽວກັນ)                                                                            – ບ້ານ ທາດຫລວງໃຕ້ 04 ຄົນ

– ບ້ານ ດົງຄໍາຊ້າງ 01 ຄົນ

E. ກຸ່ມໄປກວດຢູ່ໂຮງໝໍ 103 : ມີ 03 ຄົນ (ຈາກດອນຫນູນ 01 ແລະ ຫນອງດ້ວງ 02)

ຈາກຂໍ້ມູນຂ້າງເທິງ ຂອງການລາຍມື້ນີ້ ມີຜູ້ຕິດເຊື້ອຈາກ ໂຮງງານຕັດຫຍິບອານພີລາວ ທັງໝົດ 182 ຄົນ. ມາຮອດປັດຈຸບັນ ຕົວເລກສະສົມຜູ້ຕິດເຊື້ອທັງຫມົດ 436 ຄົນ (ໃນຈໍານວນຕົວຢ່າງ 1275 ຕົວຢ່າງ ທີ່ເກັບ)

2. ຄໍາມ່ວນ 27 ຄົນ (ລາຍລະອຽດພາຍຫຼັງ)

3. ຈໍາປາສັກ 26 ຄົນ (ລາຍລະອຽດພາຍຫຼັງ)

4. ຫຼວງພະບາງ 14 ຄົນ (ລາຍລະອຽດພາຍຫຼັງ)

5. ບໍ່ແກ້ວ 8 ຄົນ (ລາຍລະອຽດພາຍຫຼັງ)

6. ສະຫວັນນະເຂດ 3 ຄົນ (ລາຍລະອຽດພາຍຫຼັງ)

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງຫມົດ 19,185 ຄົນ, ເສຍຊີວິດສະ
ສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງຫມົດ 4,184 ຄົນ.

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...