ລັດຖະບານລາວຊື້ຫຸ້ນບີລາຍ ທັງໝົດຈາກວິມເປວຄອມ

ທີມຂ່າວລາວໂພດລາຍງານວ່າ ລັດຖະບານລາວໄດ້ຕົກລົງຊື້ ເຄືອຂ່າຍໂທລະສັບບີລາຍ (Beeline) 100% ຈາກບໍລິສັດ ວິມເປວຄອມ ຈຳກັດ ດ້ວຍມູນຄ່າ 22,000,000 ໂດລາ ສະຫະລັດ ຫຼືປະມານ 182 ຕື້ກີບ.

ທີ່ຜ່ານມາ ເຄືອຂ່າຍໂທລະສັບ ບີລາຍ ມີຜູ້ຖືຫຸ້ນຢູ່ 2 ພາກສ່ວນ ຄື ລັດຖະບານລາວ 22% ແລະ ບໍລິສັດ ວິມເປວຄອມ 78% ແລະການຂາຍຫຸ້ນບີລາຍທັງໝົດຂອງວິມເປວຄອມ ໃຫ້ແກ່ລັດຖະບານ ຈະເຮັດໃຫ້ປັດຈຸບັນລັດຖະບານລາວຖືຫຸ້ນ ບີລາຍ ຢູ່ 100%. ແລະການປ່ຽນແປງຂາຫຸ່ນດັ່ງກ່າວ ຈະບໍ່ກະທົບຕໍ່ບຸກຄະລາກອນພາຍໃນບໍລິສັດ ພ້ອມທັງຍັງຄົງຮັກສາຊື່ ບີລາຍ ໄວ້ຕໍ່ໄປ.

ສາເຫດຂອງການຂາຍກິດຈະການດັ່ງກ່າວຂອງ ວິມເປວຄອມ ແຫຼ່ງຂ່າວບອກວ່າ ຍ້ອນວ່າປະເທດລາວບໍ່ແມ່ນຍຸດທະສາດການລົງທຶນຂອງກຸ່ມບໍລິສັດ ວີອອນ (Veon) ເຊິ່ງຕັ້ງຢູ່ອຳສະເຕີດຳ ປະເທດຮອນແລນ.

ຕາມຂໍ້ມູນທີ່ເຊື່ອຖືໄດ້ບອກວ່າ ວັນທີ 30 ມິຖຸນາ 2017 ບີລາຍມີລູກຄ້າທີ່ 289,000 ຄົນ

ແຫຼ່ງຂ່າວ: laotiantimes