ລັດຖະບານຈະສົ່ງເສີມ ການປູກໄມ້ເປັນສິນຄ້າ

ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນຕຸລາ 2017 ໄດ້ດຳເນີນຢ່າງເປັນທາງການ ໃນວັນທີ 24-25 ຕຸລາ 2017 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
 ​​​
ໜຶ່ງໃນເກົ້າບັນຫາໃຫຍ່ທີ່ກອງປະຊຸມໄດ້ມີການຄົ້ນຄວ້າພິຈາລະນາ ແມ່ນກອງປະຊຸມໄດ້ຮັບຮອງໂດຍດ້ານຫຼັກການ ຮ່າງດຳລັດວ່າດ້ວຍການສົ່ງເສີມການປູກໄມ້ເປັນສິນຄ້າ: ກອງປະຊຸມໄດ້ຊີ້ນຳໃຫ້ກະຊວງກະສິກຳ ແລະ ປ່າໄມ້ ນຳໄປປັບປຸງຄືນໃຫ້ລະອຽດ, ຮັດກຸມ ແລ້ວນຳເຂົ້າພິຈາລະນາໃນກອງປະຊຸມນາຍົກ-ຮອງນາຍົກ ຫຼື ກອງປະຊຸມລັດຖະບານໃນຂັ້ນຕໍ່ໄປ ເພື່ອປະກາດໃຊ້ໂດຍໄວ. ພ້ອມກັນນີ້ ກອງປະຊຸມກໍ່ໄດ້ຕົກລົງ ໃຫ້ປັບປຸງ ຂໍ້ຕົກລົງຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະບັບ 1833/ອຄ, ລົງວັນທີ 3 ຕຸລາ 2016 ວ່າດ້ວຍລາຍການບັນຊີໄມ້ເພື່ອສົ່ງອອກ ໃນນີ້ ເຫັນດີເພີ່ມ 6 ລາຍການຜະລິດຕະພັນໄມ້ສົ່ງອອກ ແລະ ປັບຂະໜາດ ຜະ ລິດຕະພັນໄມ້ ໃນ 12 ລາຍການ ໃຫ້ສອດຄ່ອງກັບຄວາມເປັນຈິງ.
ແຫຼ່ງຂ່າວ: ສຳນັກງານນາຍົກລັດຖະມົນຕີ