ໂຣຮິນຢາຍັງໜີຕາຍຈາກເຫດການຄວາມຮຸນແຮງໃນລັດຍະໄຂ່ເຂົ້າສູ່ບັງກາລາເທດ

ວັນທີ 7 ຕຸລາ 2017 ຊີຈີທີວີເຜີຍແຜ່ຄລິບຈາກກຸ່ມອາຣາກັນ ວິນາທີທີ່ຊາວໂຣຮິນຢາກຳລັງລອຍນ້ຳໜີຄວາມຮຸນແຮງໃນລັດຍະໄຂ່ ບໍລິເວນເມືອງ ບູຕີຕ່ອງ ໃນວັນທີ 5 ແລະ 6 ຕຸລາ 2017 ທີ່ຜ່ານມາ ເຖິງແມ່ນວ່າລັດຖະບານມຽນມາຮັບປະກັນແລ້ວວ່າຢຸດການອົບພະຍົບຂອງຊາວບ້ານໄປທີ່ບັງກາລາເທດ

ສະຖານະການນີ້ເກີດຂຶ້ນຫຼັງມີລາຍງານວ່າ ຊາວບ້ານເລີ່ມອົດຍາກ ແລະ ອອກຈາກພື້ນທີ່ບໍ່ໄດ້ ເນື່ງຈາກທະຫານມຽນມາປິດກັ້ນບໍລິເວນຢູ່