ອາເມຣິກາວິຈານຕວກກີ ເຄືອງເຫດຊື້ລະບົບ S-400 ຂອງຣັດເຊຍ ບໍ່ອຸດໜູນນາໂຕ້ ທັງທີ່ເປັນສະມາຊິກ

ລະບົບຂີປະນາວຸດຍິງຈາກພື້ນສູ່ອາກາດ ລຸ້ນ S-400 ຂອງຣັດເຊຍ

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 1 ສິງຫານີ້ວ່າ ທ່ານ ເຈບ ເດວິສ ໂຄສົກກະຊວງປ້ອງກັນປະເທດ ສະຫະລັດອາເມຣິກາ ໄດ້ອອກມາວິພາກວິຈານຕວກກີ ກໍລະນີທີ່ ທ່ານ ເຣເຊບ ເຕຢິບ ເອີໂດກັນ ປະທານາທິບໍດີຕວກກີ ກຳລັງຢູ່ລະຫວ່າງການເຈລະຈາກັບຣັດເຊຍ ເພື່ອຂໍຊື້ລະບົບປ້ອງກັນໄພທາງອາກາດ ຂີປະນາວຸດຍິງຈາກພື້ນສູ່ອາກາດ ລຸ້ນ S-400 ໂດຍລະບຸວ່າ ຕວກກີແທນທີ່ຈະລົງທຶນໃນເຕັກໂນໂລຊີຂອງນາໂຕ້ ຊຶ່ງຕົນເອງເປັນສະມາຊິກຢູ່.

ໂຄສົກກະຊວງປ້ອງກັນປະເທດ ສະຫະລັດອາເມຣິກາ ໄດ້ເວົ້າວ່າ ອາເມຣິກາຮູ້ສຶກກັງວົນທີ່ໜຶ່ງໃນພັນທະມິດຂອງນາໂຕ້ ຈະຊື້ເຕັກໂນໂລຊີຂອງຣັດເຊຍ ເພາະມັນອາດບໍ່ສາມາດເຮັດວຽກຮ່ວມກັບຍຸດໂທປະກອນອື່ນໆ ທີ່ພັນທະມິດ 29 ປະເທດນຳໃຊ້ຢູ່ ແລະ ບໍ່ວ່າປະເທດພັນທະມິດໃດກໍຕາມທີ່ເຮົາເຮັດວຽກຮ່ວມກັນ ເຮົາກໍຢາກໃຫ້ພວກເຂົາຊື້ ແລະ ລົງທຶນໃນສິ່ງທີ່ຈະຊ່ວຍເພີ່ມການລົງທຶນ ໃນພັນທະມິດຂອງພວກເຮົາໃນອານາຄົດ.