ອາເມຣິກາທົດສອບລະບົບ THAAD ພ້ອມຊ້ອມຮົບຢູ່ແຫລມເກົາຫລີ ຕອບໂຕ້ເກົາຫລີເໜືອທົດສອບ ICBM

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 31 ກໍລະກົດຜ່ານມານີ້ວ່າ ສະຫະລັດອາເມຣິກາ ໄດ້ທົດສອບລະບົບປ້ອງກັນຂີປະນາວຸດ THAAD ຮອບໃໝ່ ເມື່ອວັນທີ 30 ກໍລະກົດຜ່ານມາ ໃນມະຫາສະໝຸດປາຊີຟິກ, ພ້ອມທັງໄດ້ສົ່ງເຮືອບິນຖິ້ມລະເບີດ B-1B ຈາກເກາະກວມ ເຂົ້າຮ່ວມຊ້ອມຮົບຢູ່ແຫລມເກົາຫລີ ຮ່ວມກັບເຮືອບິນສູ້ຮົບຂອງຍີ່ປຸ່ນ ແລະ ເກົາຫລີໃຕ້ ເປັນເວລາດົນເຖິງ 10 ຊົ່ວໂມງ ເພື່ອສະແດງແສນຍານຸພາບ ຕອບໂຕ້ກໍລະນີທີ່ເກົາຫລີເໜືອ ທົດສອບຍິງຂີປະນາວຸດຂ້າມທະວີບ (ICBM) ເມື່ອຄືນວັນສຸກທີ 28 ກໍລະກົດຜ່ານມາ.

ທັງນີ້, ຜູ້ຊ່ຽວຊານເຊື່ອວ່າ ຂີປະນາວຸດຂ້າມທະວີບທີ່ເກົາຫລີເໜືອທົດສອບຍິງຄັ້ງຫລ້າສຸດ ຫາກຍິງໃນມູມຮາບພຽງຕາມມາດຕະຖານ ແມ່ນອາດຍິງເຖິງເມືອງໃຫຍ່ຂອງສະຫະລັດອາເມຣິກາເຊັ່ນ ລອສແອງເຈີລິສ, ຊິຄາໂກ ແລະ ລວມເຖິງນະຄອນນິວຢອກ ອີກດ້ວຍ.