ພາຍຸໄຕ້ຝຸ່ນສອງຫົວພັດຖະຫລົ່ມຈີນ-ໄຕ້ຫວັນ ທາງການຍົກເລີກຫລາຍຖ້ຽວບິນ

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 31 ກໍລະກົດຜ່ານມານີ້ວ່າ ພາຍຸໄຕ້ຝຸ່ນ ຫົວທີ 10 ຂອງປີນີ້ ໄດ້ພັດຂຶ້ນຊາຍຝັ່ງເກາະຜິງຖານ ແຂວງຟຸຈ້ຽນ ປະເທດຈີນ ເມື່ອເວລາ 03:00 ຂອງວັນທີ 31 ກໍລະກົດ ຕາມເວລາໃນທ້ອງຖິ່ນ ຕໍ່ຈາກພາຍຸໄຕ້ຝຸ່ນ ເນສາດ ທີ່ຫາກໍພັດເຂົ້າໃນຕອນເຊົ້າຂອງວັນທີ 30 ກໍລະກົດທີ່ຜ່ານມາ ແລ້ວອ່ອນກຳລັງລົງກາຍເປັນພາຍຸເຂດຮ້ອນ ຫລັງຈາກທີ່ພັດຖະຫລົ່ມເກາະໄຕ້ຫວັນມາແລ້ວ.

ອິດທິພົນຂອງພາຍຸຫົວດັ່ງກ່າວ ໄດ້ເຮັດໃຫ້ເກີດມີຝົນຕົກໜັກ, ລົມພັດແຮງ ແລະ ດິນເຈື່ອນ, ດ້ານກົມອຸຕຸນິຍົມວິທະຍາຂອງຈີນ ໄດ້ປະກາດເຕືອນໄພພາຍຸໃນລະດັບສີຟ້າຢ່າງຕໍ່ເນື່ອງ ຂະນະທີ່ຖ້ຽວບິນຕ່າງໆຢູ່ສະໜາມບິນສາກົນຟຸໂຈວ  ຖືກຍົກເລີກຫລາຍຖ້ຽວບິນ.