ຂີ້ກະເດືອນອົບພະຍົບເຕັມກາງຖະໜົນ ໜີນ້ຳຖ້ວມຢູ່ສະກົນນະຄອນ ປະເທດໄທ

ສຳນັກຂ່າວມະຕິຊົນອອນລາຍ ໄດ້ເຜີຍແຜ່ຮູບພາບ ເມື່ອວັນທີ 30 ກໍລະກົດທີ່ຜ່ານມາ ເຜີຍໃຫ້ເຫັນຮູບພາບຂີ້ກະເດືອນ ກຳລັງອົບພະຍົບໜີຕາຍຈາກນ້ຳຖ້ວມ ໂດຍຮູບພາບດັ່ງກ່າວ ໄດ້ຖືກໂພສຕ໌ຂຶ້ນທາງເຟສບຸກ ມະຫັດສະຈັນສະກົນນະຄອນ ຊຶ່ງໄດ້ລະບຸເຫດການດັ່ງກ່າວ ເກີດຂຶ້ນຢູ່ຖະໜົນທາງບ້ານທ່າຄວາຍ ຕາແສງທ່າກ້ອນ ເມືອງອາກາດອຳນວຍ ແຂວງສະກົນນະຄອນ ປະເທດໄທ ທີ່ກຳລັງປະສົບກັບໄພນ້ຳຖ້ວມໜັກ ໂດຍໄດ້ມີຜູ້ໃຊ້ເຟສບຸກຈຳນວນໜຶ່ງ ໄດ້ໃຫ້ຄວາມເຫັນວ່າ ເຫດການດັ່ງກ່າວ ແມ່ນເປັນເລື່ອງປົກກະຕິທົ່ວໄປ ໃນໄລຍະໜ້າຝົນ ຢູ່ບໍລິເວນດັ່ງກ່າວນີ້.