ກຸ່ມໄອເອັສບຸກສະຖານທູດອີຣັກ ປະຈຳອັບການິສະຖານ ປະທະດົນ 4 ຊົ່ວໂມງ

ສຳນັກຂ່າວເອເອບພີ ລາຍງານໃນວັນທີ 31 ກໍລະກົດຜ່ານມານີ້ວ່າ ກຸ່ມລັດອິດສະລາມ ຫລື ໄອເອັສ ໄດ້ສົ່ງນັກຮົບຂອງຕົນກໍ່ເຫດໂຈມຕີ ສະຖານເອກອັກຄະລັດຖະທູດອີຣັກ ປະຈຳນະຄອນຫລວງກາບູນ ປະເທດອັບການິສະຖານ ໂດຍກະຊວງປ້ອງກັນຄວາມສະຫງົບອັບການິສະຖານ ໄດ້ເປີດເຜີຍວ່າ ຄົນຮ້າຍທັງໝົດ 4 ຄົນ ຖືກເຈົ້າໜ້າທີ່ສັງຫານ ແລະ ປັດຈຸບັນ ອານາບໍລິເວນຂອງສະຖານທູດອີຣັກ ປອດໄພແລ້ວ ພາຍຫລັງການປະທະກັນປະມານ 4 ຊົ່ວໂມງ.

ການໂຈມຕີດັ່ງກ່າວ ໄດ້ເລີ່ມຕົ້ນດ້ວຍມືລະເບີດຂ້າຕົວຕາຍ ຊຶ່ງໄດ້ຈູດລະເບີດຢູ່ບໍລິເວນທາງເຂົ້າ, ຈາກນັ້ນ ກອງກຳລັງຕຳຫລວດປ້ອງກັນເຄື່ອນທີ່ໄວຂອງອັບການິສະຖານ ໄດ້ເຂົ້າມາຈຸດເກີດເຫດຢ່າງທັນການ ໂດຍໄດ້ມີການອົບພະຍົບເຈົ້າໜ້າທີ່ສະຖານທູດ ອອກໄປພື້ນທີ່ປອດໄພ ບໍ່ມີເຈົ້າໜ້າທີ່ສະຖານທູດຄົນໃດໄດ້ຮັບອັນຕະລາຍ, ມີພຽງຕຳຫລວດອັບການິສະຖານ 1 ຄົນ ໄດ້ຮັບບາດເຈັບເລັກໜ້ອຍ.