ກຳປູເຈຍຄົ້ນພົບເທວະຮູບບູຮານ ພາຍໃນເຂດນະຄອນວັດ ຄາດສ້າງຍຸກພະເຈົ້າໄຊວໍຣະມັນທີ 7

ສຳນັກຂ່າວເອເອບພີ ລາຍງານໃນວັນທີ 1 ສິງຫານີ້ວ່າ ຄະນະນັກບູຮານຄະດີກຳປູເຈຍ ໄດ້ຄົ້ນພົບເທວະຮູບຫີນຊາຍ ສູງກວ່າ 2 ແມັດ ພາຍໃນເຂດນະຄອນວັດ ເມືອງສຽມລຽບ ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງໂດ່ງດັງລະດັບໂລກ ໃນມື້ວັນເສົາທີ 29 ກໍລະກົດທີ່ຜ່ານມາ ໂດຍທີ່ຮູບປັ້ນດັ່ງກ່າວຖືກຝັງຢູ່ເລິກລົງໄປ 40 ຊັງຕີແມັດ, ເຖິງແມ່ນພາກສ່ວນແຂນ ແລະ ຂາຂອງຮູບປັ້ນຈະຫັກ ແຕ່ລຳຕົວ ແລະ ສ່ວນຫົວ ຍັງຄົງມີສະພາບສວຍງາມສົມບູນຫລາຍ.

ທ່ານ ຫລົງ ໂກສັນ ໂຄສົກອົງການອັບສະຣາ ໄດ້ກ່າວວ່າ ນັກບູຮານຄະດີຂອງກຳປູເຈຍ ແລະ ຜູ້ຊ່ຽວຊານຈາກສິງກະໂປເຊື່ອວ່າ ເທວະຮູບນີ້ ເກົ່າແກ່ຕັ້ງແຕ່ທ້າຍສະຕະວັດທີ 12 ເຖິງຕົ້ນສະຕະວັດທີ 13 ແລະ ອາດຈະສ້າງຂຶ້ນໃນຍຸກສະໄໝ ພະເຈົ້າໄຊວໍຣະມັນທີ 7 ຂອງອານາຈັກຂອມບູຮານ.