ຫວຽດນາມຮ້ອງຂໍໃຫ້ທາງການອິນໂດເນເຊຍ ສອບສວນ ແລະ ຊີ້ແຈງ ກໍລະນີເຮືອຊາວປະມົງຖືກຍິງ

ພາບປະກອບ: ເຈົ້າໜ້າທີ່ອິນໂດເນເຊຍ ທຳລາຍເຮືອປະມົງຜິດກົດໝາຍ ທີ່ລະເມີດນ່ານນ້ຳຂອງຕົນ ເມື່ອປີ 2015.

ສຳນັກຂ່າວຣອຍເຕີ້ ລາຍງານໃນວັນທີ 29 ກໍລະກົດຜ່ານມານີ້ວ່າ ທາງການຫວຽດນາມໄດ້ຮ້ອງຂໍໃຫ້ອິນໂດເນເຊຍ ດຳເນີນການສອບສວນ ແລະ ຊີ້ແຈງກໍລະນີທີ່ ທະຫານກອງທັບເຮືອອິນໂດເນເຊຍ ຍິງຊາວປະມົງຫວຽດນາມ ຊຶ່ງລອຍລຳໃນທະເລຈີນໃຕ້ ຫ່າງຈາກເກາະກົງດາວ (Con Dao) ທາງຕາເວັນອອກສຽງໃຕ້ຂອງປະເທດ ປະມານ 245 ກິໂລແມັດ ໃນມື້ວັນເສົາທີ 22 ກໍລະກົດຜ່ານມາ ສົ່ງຜົນເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ 4 ຄົນ ໃນນັ້ນ ບາດເຈັບສາຫັດ 2 ຄົນ.

ທ່ານ ຟາມບິງມິງ ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ກ່າວຕໍ່ ທ່ານ ນາງ ເຣດໂນ ມາຊູດີ ລັດຖະມົນຕີການຕ່າງປະເທດອິນໂດເນເຊຍ ທາງໂທລະສັບວ່າ ເຫດການດັ່ງກ່າວເກີດຂຶ້ນເປັນເລື່ອງຮຸນແຮງທີ່ສຸດ ແລະ ບໍ່ເໝາະສົມຕໍ່ຄວາມສຳພັນ ໃນຖານະຮຸ້ນສ່ວນທາງຍຸດທະສາດ ລະຫວ່າງຫວຽດນາມ ແລະ ອິນໂດເນເຊຍ.