ມຽນມາເຜີຍ ປະຊາຊົນເສຍຊີວິດເພີ່ມອີກ ລວມ 10 ຄົນ ຈາກພະຍາດໄຂ້ຫວັດໃຫຍ່ H1N1

ສຳນັກຂ່າວຣອຍເຕີ້ ລາຍງານໃນວັນທີ 31 ກໍລະກົດນີ້ວ່າ ເຈົ້າໜ້າທີ່ກະຊວງສາທາລະນະສຸກມຽນມາ ໄດ້ເປີດເຜີຍ ມີປະຊາຊົນເສຍຊີວິດເພີ່ມອີກ 4 ຄົນ ຈາກການແຜ່ລະບາດຂອງ ພະຍາດໄຂ້ຫວັດໃຫຍ່ສາຍພັນ H1N1 ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຈາກພະຍາດດ່ັງກ່າວນີ້ແລ້ວ 10 ຄົນ ໃນຂະນະທີ່ລັດຖະບານມຽນມາ ກຳລັງເພີ່ມທະວີວຽກງານໂຄສະນາ ສ້າງຄວາມຮູ້ໃຫ້ແກ່ປະຊາຊົນ ໃນການປ້ອງກັນການຕິດເຊື້ອພະຍາດດັ່ງກ່າວ.

ທັງນີ້ ພະຍາດໄຂ້ຫວັດໃຫຍ່ສາຍພັນ H1N1 ເປັນໜຶ່ງໃນສາຍພັນໄວຣັສໄວ້ຫວັດໃຫຍ່ ທີ່ມັກວົນວຽນເກີດຢ່າງເປັນປົກກະຕິໃນປະເທດມຽນມາ ຕາມລະດູການ ນັບຕັ້ງແຕ່ເລີ່ມມີການລະບາດຂອງພະຍາດດັ່ງກ່າວໃນທົ່ວໂລກ ເມື່ອປີ 2009.