ຟິລິບປິນສັງຫານຫົວໜ້າເທດສະບານເມືອງ ພ້ອມເມຍ ແລະ ພວກລວມ 12 ຄົນ ບັນຊີດຳຢາເສບຕິດ

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 31 ກໍລະກົດນີ້ວ່າ ເຈົ້າໜ້າທີ່ຕຳຫລວດຟິລິບປິນ ໄດ້ຍິງສັງຫານ ທ່ານ ເຣນັນໂດ ປາໂຣຈິນັອກ ຫົວໜ້າເທດສະບານເມືອງໂອຊາມິດ ແຂວງມິຊາມິສ ອອດຊິເດທັນ ພ້ອມດ້ວຍພັນລະຍາ ແລະ ຜູ້ອື່ນໆທີ່ກ່ຽວຂ້ອງ ລວມ 12 ຄົນ ໃນວັນອາທິດທີ 30 ກໍລະກົດຜ່ານມາ ຕາມເວລາໃນທ້ອງຖິ່ນ ເນື່ອງຈາກຕິດຢູ່ໃນບັນຊີດຳ ຜູ້ຖືກສົງໄສກ່ຽວຂ້ອງກັບຂະບວນການຄ້າຢາເສບຕິດ ຕາມນະໂຍບາຍສົງຄາມປາບປາມຢາເສບຕິດຂອງ ທ່ານ ໂຣດຣິໂກ ດູເຕີເຕ ປະທານາທິບໍດີຟິລິບປິນ.

ເຫດການດັ່ງກ່າວ ເຈົ້າໜ້າທີ່ຕຳຫລວດຟິລິບປິນ ໄດ້ດຳເນີນການເຂົ້າກວດຄົ້ນພາຍໃນພື້ນທີ່ເຮືອນພັກຂອງຜູ້ກ່ຽວ ແຕ່ຖືກຜູ້ຄຸ້ມກັນຂອງ ທ່ານ ປາໂຣຈິນັອກ ເປີດສາກຍິງໃສ່ເຈົ້າໜ້າທີ່ກ່ອນ.