ກາງເດືອນນີ້ດາວເສົາຈະໂຄຈອນເຂົ້າມາໃກ້ໂລກທີ່ສຸດ

ດາວເສົາເປັນດາວເຄາະວົງນອກ ມີວົງໂຄຈອນຮອບດວງອາທິດທີ່ໄກກວ່າ ແລະ ໝູນຊ້າກວ່າໂລກເຮົາຫຼາຍ (1 ຮອບໃນທຸກ 29.46 ປີ) ດັ່ງນັ້ນໂລກເຮົາທີ່ໂຄຈອນຮອບດວງອາທິດໄວກວ່າກໍ່ຈະມີ 1 ມື້ຂອງທຸກປີທີ່ຈະແຊງໜ້າດາວເສົາ

ຂະນະທີ່ກຳລັງແຊງນັ້ນ ໂລກຈະຢູ່ທາງກາງລະຫວ່າງດວງອາທິດ ກັບ ດາວເສົາພໍດີ ຖືເປັນວັນທີ່ດາວເສົາໃກ້ກັບໂລກທີ່ສຸດໃນຮອບປີ ແລະ ມີຄວາມໃກ້ກວ່າວັນອື່ນໆ ຈິ່ງເປັນມື້ທີ່ດາວເສົາປະກົດແສງຢູ່ທ້ອງຟ້າທີ່ສຸດໃນຍາມຄ່ຳຄືນທຽບກັບຕົວມັນເອງກັບວັນອື່ນໆຂອງປີ ເຮົາໄດ້ຮຽກເຫດການນີ້ວ່າດາວເສົາເຂົ້າຕຳແໜ່ງ Opposition ອັອບໂພຊິຊິນ ເຊິ່ງປີນີ້ຈະກົງກັບວັນພະຫັດທີ 15 ມີຖຸນາ 2017 ຈະຂຶ່ນເໜືອທ້ອງຟ້າໄປທາງທິດຕະເວັນອອກ ເຊິ່ງຈະເລີ່ມເຫັນເມື່ອເວລາ 18:36 ນາທີ ລະຈະຂຶ້ນສູງສຸດແລະເຫັນໄດ້ຊັດເຈນຂຶ້ນເມື່ອເວລາປະມານ 00:20 ນາທີ