ຕາດກອຍລອຍຟ້າ

ທ່ອງທ່ຽວກັບລາວໂພສຕມື້ນີ້ແອັດຈະມາທຸກຄົນໄປຮູ້ຈັກກັບອີກໜຶ່ງສະຖານທີ່ທີ່ເໝາະກັບການພັກຜ່ອນ ແລະ ການຫຼິ້ນກິດຈະກຳມ່ວນຊື່ນ ເໝາະທີ່ຈະໄປທ່ຽວແບບເປັນກຸ່ມເພື່ອນ,  ຄອບຄົວ ຫຼື ໄປກັບຄົນຮັກ ຮັກຮອງວ່າທັງມ່ວນທັງເມື່ອຍກັບມາແນ່ນອນ ເຊິ່ງສະຖານທີ່ວ່ານີ້ມີຊື່ວ່າ “ຕາດກອຍລອຍຟ້າ”

“ຕາດກອຍລອຍຟ້າ” ຢູ່ທີ່ເມືອງ ປະທຸມພອນ ແຂວງ ຈຳປາສັກ ເປັນໜຶ່ງສະຖານທີ່ທ່ຽວທີ່ໄດ້ຮັບຄວາມນິຍົມທັງນັກທ່ອງທ່ຽວພາຍໃນ ແລະ ຕ່າງຊາດເປັນຈຳນວນຫຼາຍ ເພາະທີ່ຕາດແຫ່ງນີ້ນອກຈາກຈະມີທຳມະຊາດສວຍງາມ, ມີແມ່ນ້ຳໄຫລໃສເຢັນໜ້າລົງລອຍແລ້ວ ຍັງມີກິດຈະກຳໄວ້ໃຫ້ຄົນທີ່ມາໄດ້ເລືອກຫຼິ້ນຫຼາກຫຼາຍເຊັ່ນ: ການຍ່າງປ່າ, ຂີ່ສະລິງ, ໄຕ່ຂົວອູ່, ກິນເຂົ້າປ່າ ແລະ ອື່ນໆ