ມາເລເຊຍ ຍອມສົ່ງສົບ “ຄິມ ຈອງ ນຳ” ໃຫ້ເກົາຫຼີເໜືອ

0
2321

ເອເອຟພີລາຍງານເມື່ອວັນທີ 31 ມີນາ 2017 ນີ້ວ່າ ທ່ານ ນາຈິບ ຣາຊັດ ນາຍົກລັດຖະມົນຕີລັດເຊຍ ໄດ້ຖະແຫຼງການວ່າ ມາເລເຊຍຕັດສິນໃຈທີ່ຈະຄືນຮ່າງຂອງທ່ານ ຄິມ ຈອງ ນຳ ອ້າຍຄົນລະແມ່ ຂອງທ່ານ ຄິມ ຈອງ ອຶນ ຜູ້ນຳເກົາຫຼີເໜືອ ໃຫ້ເອົາກັບນະຄອນປຽງຢາງ ຂອງເກົາຫຼີເໜືອ ຫຼັງເຫດການລອບສັງຫານຢູ່ສະໜາມບິນ ໃນນະຄອນກົວລາລຳເປີ ຈົນກາຍເປັນຂ່າວດັງໃນທົ່ວໂລກ ໃນເດືອນກຸມພາຜ່ານມາ

ທາງການເກົາຫຼີເໜືອ ຍອມໃຫ້ຊາວມາເລເຊຍ 9 ຄົນ ທີ່ປະກອບດ້ວຍເຈົ້າໜ້າທີ່ ສະຖານທູດມາເລເຊຍ ປະຈຳເກົາຫຼີເໜືອ 3 ຄົນ ແລະຄົນໃນຄອບຄົວອີກ 6 ຄົນ ທີ່ຍັງຢູ່ໃນເກົາຫຼີເໜືອ ເຊິ່ງຖືກຫ້າມເດີນທາງອອກນອກປະເທດ ຫຼັງຈາກເກີດຄວາມຕຶງຄຽດໃນຄວາມສຳພັນ ທາງການທູດລະຫວ່າງກັນເດີນທາງກັບມາເລເຊຍ ໃນວັນທີ 31 ມີນານີ້ ເຊັ່ນດຽວກກັນກັບມາເລເຊຍ ຈະອະນຸຍາດ ໃຫ້ຄົນເກົາຫຼີເໜືອທັງໝົດ ເດີນທາງອອກນອກປະເທດມາເລເຊຍໄດ້ເຊັ່ນກັນ

ທ່ານ ນາຈິບ ເວົ້າວ່າ ຮູ້ສຶກມີຄວາມກັງວົນຢ່າງຍິ່ງ ກັບກໍລະນີດັ່ງກ່າວ ແລະພະຍາດຍາມເຮັດວຽກເບື້ອງດັງ ເພື່ອໃຫ້ສາມາດແກ້ໄຂສິ່ງທ້າທາຍຕ່າງໆໄດ້ ເພື່ອໃຫ້ຄົນມາເລເຊຍ ໃນເກົາຫຼີເໜືອ ຈະໄດ້ເດີນທາງກັບປະເທດ, ແນວໃດກໍຕາມ ລັດຖະບານມາເລເຊຍ ຍັງເຊື່ອໝັ້ນເຖິງຫຼັກການຄວາມຍຸດຕິທຳ ແລະອະທິປະໄຕເໜືອດິນແດນ, ຂະນະທີ່ເຈົ້າໜ້າທີ່ຍັງຄົງສອບສວນການກໍ່ອາຊະຍາກຳຮ້າຍແຮງດັ່ງກ່າວຕໍ່ໄປ, ເຊິ່ງໄດ້ແນນຳມາດຕະການ ທີ່ເປັນໄປໄດ້ເພື່ອນຳຄົນຮ້າຍມາດຳເນີນຄະດີ