ຣັດເຊຍໂຈມຕີທາງອາກາດ ສັງຫານໄອເອັສ 300 ຄົນ ຊ່ວຍກອງທັບຊີຣີ ປົດປ່ອຍເມືອງພັນໄມຣາ

ສຳນັກຂ່າວຕ່າງປະເທດ ລາງານໃນວັນທີ 11 ທັນວາຜ່ານມານີ້ວ່າ ກະຊວງປ້ອງກັນປະເທດຣັດເຊຍ ໄດ້ຖະແຫລງວ່າ ເຮືອບິນສູ້ຮົບຂອງຣັດເຊຍ ໄດ້ປະຕິບັດການໂຈມຕີ 64 ຄັ້ງ ໃສ່ຖານທີ່ໝັ້ນຂອງກຸ່ມລັດອິດສະລາມ ຫລື ໄອເອັສ ທີ່ເມືອງພັນໄມຣາ ປະເທດຊີຣີ ຕະຫລອດຄືນວັນເສົາ (10 ທັນວາ) ສັງຫານນັກຮົບກຸ່ມດັ່ງກ່າວໄດ້ກວ່າ 300 ຄົນ ອັນເປັນການໂຈມຕີສະໜັບສະໜູນ ກອງທັບລັດຖະບານຊີຣີ ສາມາດຂັບໄລ່ກຸ່ມໄອເອັສ ແລະ ປົດປ່ອຍເມືອງພັນໄມຣາ ໄດ້ຢ່າງສົມບູນ.

ຖະແຫລງການຂອງກະຊວງປ້ອງກັນປະເທດຣັດເຊຍ ຍັງໄດ້ລະບຸອີກວ່າ ກຸ່ມນັກຮົບໄອເອັສ ໄດ້ດຳເນີນການໂຈມຕີຕອບໂຕ້ ດ້ວຍລະເບີດລົດຍົນ ແລະ ມືລະເບີດຂ້າຕົວຕາຍ ຕະຫລອດທັງນຳໃຊ້ລົດຍານເກາະ ແລະ ຍິງລູກສອນໄຟ, ແນວໃດກໍຕາມ ການໂຈມຕີຂອງຣັດເຊຍຄັ້ງນີ້ ສາມາດທຳລາຍລົດຕັງ 11 ຄັນ ແລະ ລົດຍານເກາະອື່ນໆຂອງກຸ່ມໄອເອັສໄດ້ອີກ 31 ຄັນ.

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!