ໂດນັນ ທຣັມ ຢືນຢັນ ລັດຖະບານອາເມຣິກາຊຸດໃໝ່ ຈະຢຸດເຊົາແຊກແຊງປະເທດອື່ນ ພ້ອມເນັ້ນປາບໄອເອັສ!

ທ່ານ ໂດນັນ ທຣັມ (ຊ້າຍ) ແລະ ທ່ານ ພົນເອກ ເຈມສ໌ ແມັດທິສ ວ່າທີ່ລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະລັດອາເມຣິກາຜູ້ໃໝ່ (ຂວາ)

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 7 ທັນວານີ້ວ່າ ທ່ານ ໂດນັນ ທຣັມ ວ່າທີ່ປະທານາທິບໍດີ ສະຫະລັດອາເມຣິກາຄົນໃໝ່ ໄດ້ອອກມາຢືນຢັນໃນມື້ວານນີ້ (6 ທັນວາ) ໃນຂະນະທີ່ນຳສະເໜີຕົວ ທ່ານ ພົນເອກ ເຈມສ໌ ແມັດທິສ ວ່າທີ່ລັດຖະມົນຕີກະຊວງປ້ອງກັນປະເທດ ໃນລັດຖະບານພາຍໃຕ້ການນຳຂອງທ່ານ ທີ່ເມືອງເຟແຢັດວິວ ໃກ້ກັບຖານທັບຟອດແບຣັກ ຊຶ່ງເປັນຖານທັບທີ່ສົ່ງທະຫານອາເມຣິກາ ອອກໄປປະຕິບັດການຢູ່ 90 ປະເທດໃນທົ່ວໂລກວ່າ ລັດຖະບານອາເມຣິກາ ພາຍໃຕ້ການນຳຂອງຕົນ ຈະຫລີກລ່ຽງການແຊກແຊງຄວາມຂັດແຍ່ງໃນຕ່າງປະເທດ ແລະ ເນັ້ນໜັກການປາບປາມກຸ່ມຕິດອາວຸດລັດອິດສະລາມ ຫລື ໄອເອັສ ເປັນຫລັກ.

” ຫລັງຈາກນີ້ ພວກເຮົາຈະບໍ່ພຽນພະຍາຍາມໂຄ່ນລົ້ມ ລັດຖະບານຕ່າງຊາດທີ່ເຮົາບໍ່ຮູ້ຈັກ ແລະ ບໍ່ຄວນຈະໄປກ່ຽວຂ້ອງອີກ… ແຕ່ສິ່ງທີ່ເຮົາຕ້ອງໃຫ້ຄວາມສຳຄັນຫລາຍກວ່າຄື ການກຳຈັດລັດທິກໍ່ການຮ້າຍ ແລະ ທຳລາຍກຸ່ມໄອເອັສ ຊຶ່ງເຮົາຈະເຮັດໃຫ້ໄດ້ ” ທ່ານ ທຣັມ ກ່າວ.

ແນວໃດກໍຕາມ ທ່ານ ທຣັມ ກໍໄດ້ຢືນຢັນອີກວ່າ ລັດຖະບານຂອງທ່ານ ຈະຈັດສັນງົບປະມານໃຫ້ກອງທັບຫລາຍຂຶ້ນ ເພື່ອແນໃສ່ປັບປຸງກອງທັບອາເມຣິກາໃຫ້ມີຄວາມເຂັ້ມແຂງ ເພື່ອເປົ້າໝາຍປົກປັກຮັກສາສັນຕິພາບ ໂດຍຈະຮຽກຮ້ອງໃຫ້ລັດຖະສະພາ ອະນຸມັດເພີ່ມເພດານດ້ານລາຍຈ່າຍການທະຫານຂຶ້ນອີກ.

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!