ກຸ່ມໄອເອັສ ລະເບີດປ້ຳນ້ຳມັນຢູ່ອີຣັກ ໄຟໄໝ້ລົດເມນັກສະແຫວງບຸນ ເສຍຊີວິດຢ່າງໜ້ອຍ 100​ ຄົນ

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 25 ພະຈິກນີ້ວ່າ ເກີດເຫດໂຈມຕີດ້ວຍລະເບີດລົດ (Car bomb) ໃສ່ປ້ຳນ້ຳມັນແຫ່ງໜຶ່ງ ໃນເມືອງຮິນລາ ຫ່າງຈາກນະຄອນຫລວງແບກແດດ ປະເທດອີຣັກ ໄປທາງທິດໃຕ້ປະມານ 100​ ກິໂລແມັດ ສົ່ງຜົນເຮັດໃຫ້ໄຟໄໝ້ລາມໃສ່ລົດເມ ທີ່ຈອດຢູ່ພາຍໃນບໍລິເວນດັ່ງກ່າວ ຈຳນວນ 5 ຄັນ ຊຶ່ງລົດເມຈຳນວນນີ້ ກຳລັງພານັກສະແຫວງບຸນຊາວອີຣ່ານ ເດີນທາງກັບຄືນປະເທດ ຊຶ່ງເຈົ້າໜ້າທີ່ຕຳຫລວດ ແລະ ແພດອີຣັກລະບຸ ມີຜູ້ເສຍຊີວິດຢ່າງໜ້ອຍ 100 ຄົນ ໂດຍສ່ວນໃຫຍ່ເປັນນັກສະແຫວງບຸນຊາວອີຣ່ານ.

ທັງນີ້ ກຸ່ມໄອເອັສ ໄດ້ອອກມາອ້າງຄວາມຮັບຜິດຊອບ ເປັນຜູ້ຢູ່ເບື້ອງຫລັງຂອງການກໍ່ເຫດດັ່ງກ່າວ, ໃນຂະນະທີ່ກອງກຳລັງຂອງຕົນ ກຳລັງສູນເສຍເຂດທີ່ໝັ້ນໃນເມືອງໂມຊູນ ຈາກການເປີດບັ້ນຮົບປົດປ່ອຍເມືອງໂມຊູນ ຂອງກອງທັບອີຣັກ ແລະ ພັນທະມິດ ຢ່າງໜັກໃນປັດຈຸບັນ.

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!