10 ອັບດັບປະເທດທີ່ລວຍທີ່ສຸດໃນອາຊີ ປະຈຳປີ 2015-2016

ຄວາມຮູ້ຮອບຕົວວັນນີ້ ເຮົາຈະມາຮູ້ຂໍມູນດີໆກ່ຽວກັບອາຊີ ກັບບັນດາ 10 ປະເທດທີ່ລວຍທີ່ສຸດໃນອາຊີ ຈະມີປະເທດໃດແນ່ນັ້ນ

10 ອັນດັບທີ່ລວຍທີ່ສຸດໃນອາຊີ ປະຈຳປີ 2015-2016 ໄດ້ແກ່:

1. QATAR (ກາຕາຣ)

richest-countries1

ກາຕຣາ ຕັ້ງຢູ່ໃນອາຊີຕະເວັນຕົກສຽງໃຕ້ ມີຄ່າ GDP ຕໍ່ຫົວຄົນ/ປີ $ 102,785
ຈັດເປັນທີ 1 ຂອງປະເທດທີ່ລວຍທີ່ສຸດໃນໂລກ ໃນປີ 2015-2016
ປະເທດ ກາຕຣາ ມ ມີແຫຼ່ງຊັບພະຍາກອນທຳມະຊາດທີ່ສຳຄັນໄດ້ແກ່ ນ້ຳມັນ, ກ໊າສທຳມະຊາດ ແລະ ສັບພະຍາກອນທາງປະມົງ ສິນຄ້າສົ່ງອອກທີ່ສຳຄັນໄດ້ແກ່: ນ່ຳມັນ, ປຸ໋ຍ ເຫຼັກ ຜະລິດຕະພັນປີຣໂຕເຄມີ

2. MACAU (ມາເກົາ)

821

ມີ GDP ຕໍ່ຫົວຄົນ/ປີ $ 91,376 ມາເກົາມີການພັດທະນາຫຼາຍຂຶ້ນ ແລະ ເປັນໜຶ່ງໃນປະເທດທີ່ຮັ່ງມີທີ່ສຸດໃນໂລກ
ມາເກົາ ມີອຸກສາຫະກຳ, ການພະນັນ ແລະ ກາສິໂນທີ່ໃຫຍ່ທີ່ສຸດໃນໂລກ ນັກພະນັນຈາກຮ່ອງກົງມັກຈະເດີນທາງວັນດຽວໄປກັບ ໂດຍມີບໍລິການເຮືອໂດຍສານຈາກມາເກົາ ແລະ ຮ່ອງກົງໝົດມື້ທຸກວັນ

3. ສິງກະໂປ (SINGAPORE)

richest-countries3

ມີ GDP ຕໍ່ຫົວຄົນ/ປີ $ 56,319 ສິງກະໂປເປັນສູນກາງການຄ້າທີ່ສຳຄັນຂອງໂລກ ແລະ ເປັນສູນກາງທາງການເງິນທີ່ໃຫຍ່ທີ່ສຸດໃນໂລກ ສິງກະໂປບໍ່ມີຊັບພະຍາກອນທາງງທຳມະຊາດຄືປະເທດອື່ນ ແຕ່ມີຖານະທາງເສດຖະກິດດີ ເພາະສິງກະໂປພັດທະນາເສດຖະກິດດ້ານການຄ້າ

4. KUWAIT (ຄູເວດ)

richest-countries4

ມີ GDP ຕໍ່ຫົວຄົນ/ປີ $ 43,103 ຄູເວດເປັນປະເທດທີ່ມີຖານະທາງເສດຖະກິດດີ ແລະ ຮັ່ງມີຈາກການຂາຍນ້ຳມັນ ລາຍຮັບຂອງລັດຖະບານສ່ວນໃຫຍ່ຂຶ້ນຢູ່ກັບນ້ຳມັນ ແລະ ອຸດສາຫະກຳນ້ຳມັນເປັນຫຼັກ

5. HONG KONG (ຮ່ອງກົງ)

richest-countries5

ມີ GPD ຕໍ່ຫົວຄົນ/ປີ $ 42,437 ເປັນສູນກາງທາງການເງິນທີ່ສຳຄັນ ໃນຂະນະທີ່ລະບົບການເງິນຂອງປະເທດທີ່ມີການພັດທະນາທີ່ສຸດອີກປະເທດໜຶ່ງຂອງໂລກ ໂດຍສະເພາະໃນພາກພື້ນອາຊີ

6. BRUNEI (ບູຣໄນ)

richest-countries6

ມີ GDP ຕໍ່ຫົວຄົນ/ປີ $ 39,355 ເສດຖະກິດຂອງບູຣໄນຄືການຜະລິດກ໊າສທຳມະຊາດ ແລະ ປີໂຕຣລ້ຽມເພື່ອສົ່ງອອກ

7. ISRAEL (ອິສຣາເອລ)

richest-countries7

ມີ GDP ຕໍ່ຫົວຄົນ/ປີ $38,004 ປະເທດນີ້ມິຄວາມຈະເລີນດ້ານເທັກໂນໂລຢີຂັ້ນສູງ ແລະ ມີຄວາມກ້າວໜ້າທາງເສດຖະກິດຢ່າງໄວວາ

8. BAHRAIN (ບາເຣນ)

richest-countries8

ມີ GDP ຕໍ່ຫົວຄົນ/ປີ $ 34,584  ເປັນປະເທດທີ່ມີແຫຼ່ງນ້ຳມັນໃນອ່າວເປີເຊຍ ສິນຄ້າສົ່ງອອກສ່ວນຫຼາຍຂອງບາເຣນ ຄືປີໂຕລ້ຽມເຊິ່ງກວມເຖິງ 70% ຂອງລາຍຮັບທັງໝົດຂອງລັດຖະບານ

9. Japan (ຢີປຸ່ນ)

richest-countries9

ມີ GDP ຕໍ່ຫົວຄົນ/ປີ $ 40.788 ປະເທດນີ້ຖືເປັນປະເທດທີ່ມີເທັກໂນໂລຢ່ຂັ້ນສູງ ລະບົບການເງິນມີການພັດທະນາໃນເລື່ອງການເງິນເພື່ອໃຫ້ປະຊາຊົນມີຊີວິດການເປັນຢູ່ຢ່າງມີຖານະດີ ແລະ ມີຄຸນນະພາບ

10. TAIWAN (ໄຕ້ຫວັນ)

richest-countries10

ມີ GDP ຕໍ່ຫົວຄົນ/ປີ $ 21,571 ປະເທດນີ້ໄດ້ເຫັນການພັດທະນາເສດຖະກິດຢ່າງໄວວາ ແລະ ຈະເລີນເຕີບໂຕໃນສັດຕະວັດທີ 20 ແລະ ກາຍເປັນລະບົບການເງິນອຸດສະຫະກຳທີ່ສູງຂຶ້ນໃນໂລກ ປະເທດນີ້້ມີຄຸນນະພາບຊີວິດຂອງທຸກຄົນໃນແຕ່ລະພາກລວມເຖິງເສລີພາບທາງເສດຖະກິດ, ການສຶກສາຂອງປະຊາຊົນ ແລະ ການພັດທະນາມະນຸດ

ໝາຍເຫດ: ສຳລັບຂໍ້ມູນ 10 ປະເທດທີ່ທຸກທີ່ສຸດໃນອາຊີ ປະຈຳປີ 2015-2016 ນັ້ນຍັງບໍ່ທັນມີຂໍ້ມູນໃໝ່ເທື່ອ ມີແຕ່ຂໍ້ມູນເກົ່າໃນປີ 2014 ເຊິ່ງປະເທດທີ່ທຸກທີ່ສຸດໃນອາຊີເປັນອັນດັບ 1 ແມ່ນປະເທດ ອັຟການິສະຖານ ແລະ ປະເທດ ລາວແມ່ນຖືກຈັດຢູ່ໃນອັນດັບ 8 ນອນຢູ່ໃນກຸ່ມປະເທດທີ່ທຸກທີ່ສຸດໃນອາຊີ