ນະຄອນຫຼວງ​ວຽງ​ຈັນ​ຄຶກຄື້ນ ໃກ້ປີໃໝ່ລາວ ນັກທ່ອງທ່ຽວແຫ່ຢ້ຽມຢາມ ກວ່າ 50 ພັນຄົນແລ້ວ!

ຄະນະ​ຮັບຜິດຊອບພິພິທະ​ພັນ​ບູຮານ​ສະຖານ​ ນະຄອນ​ຫຼວງ​ວຽງ​ຈັນ​ ໃຫ້​ຮູ້​ວ່າ: ທຸກໆ​ປີ​ພໍ​ໃກ້​ຈະ​ຮອດ​ເທດສະການ​ບຸນປີ​ໃໝ່​ລາວ​ ບັນຍາກາດ​ການທ່ອງທ່ຽວ​ໃນ​ນະຄອນຫຼວງ​ວຽງ​ຈັນ​ ນັບ​ວ່າ​ຄຶກຄື້ນ​ຂື້ນ​ຫຼາຍກວ່າ​ທຸກ​ໄລຍະ, ​ໂດຍ​ສະ​ເພາະ​ຢູ່​​ແຫຼ່ງທ່ອງ​ທ່ຽວ​ຕ່າງໆ​ເຊັ່ນ: ຫໍພະ​ແກ້ວ, ວັດ​ສີສະ​​ເກດ, ວັດ​ສີ​ເມືອງ, ພະທາດ​ຫຼວງ ​​ແລະ ອື່ນໆ​, ຈະ​ມີ​ນັກ​ທ່ອງ​ທຽວ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເຂົ້າມາ​ທ່ຽວ​ຊົມ ​ແລະ ສະກາ​ລະ​ບູຊາ​ສະຖານ​ທີ່​ດັ່ງກ່າວ ​ເປັນ​ຈຳນວນ​ຫຼາຍ ​​ແລະ ປີ​ນີ້​ກໍ​ເຊັ່ນ​ດຽວ​ກັນ, ຊຶ່ງ​ໄລ່​ມາ​ຮອດ​ປັດຈຸບັນ ​ໄດ້​ມີ​ຈຳນວນ​ນັກ​ທ່ອງທ່ຽວ​ເຂົ້າ​ມາ​ທ່ຽວ ​ໃນ​ນະຄອນ​ຫຼວງ​ວຽງ​ຈັນ​ແລ້ວ ​ຫຼາຍ​ກວ່າ 50 ພັນຄົນ, ​​ເຫັນ​ວ່າ​ມີ​ຈຳນວນ​ເພີ່ມ​ຂື້ນ​ ຖ້າ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ ແລະ ອີກ​ອັນ​ໜຶ່ງ​ກໍ​ເນື່ອງ​ຈາກ​ວ່າ: ​ປີ​ນີ້​ເປັນ​ປີ​ທີ່​ລາວ​ເຮົາ ​ໄດ້​​ເປັນ​ປະທານ​ອາ​ຊຽນ ​ແລະ ມີ​ການ​ປະຊຸມ​ລະດັບ​ຊາດ​ຕ່າງໆ​ເກີດ​ຂຶ້ນ, ອັນ​​ເປັນ​ສ່ວນ​ໜຶ່ງ​ ສາມາດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ທ່ຽວ​ລາວ​ຫຼາຍ​ຂຶ້ນ.

 

ແຫລ່ງຂ່າວ:

ລພນ