spot_img
Homeຂ່າວເຫດການລັດຖະມົນຕີການຄ້າ ສປ ຈີນ ຢ້ຽມຢາມເຂດພັດທະນາກວມລວມໄຊເຊດຖາ

ລັດຖະມົນຕີການຄ້າ ສປ ຈີນ ຢ້ຽມຢາມເຂດພັດທະນາກວມລວມໄຊເຊດຖາ

Published on

ທ່ານ ຈ່າງ ຊ້ຽງ​ເສີນ ລັດ​ຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການຄ້າ ແຫ່ງ ​ສປ ຈີນ ພ້ອມ​ຄະນະ ໄດ້​ຢ້ຽມຢາມ​ເຂດ​ພັດທະນາ​ກວມລວມ​ໄຊ​ເຊດ​ຖາ ນະຄອນຫຼວງວຽງ​ຈັນ ໃນ​ວັນ​ທີ 22 ມີນາ 2016 ທີ່​ຜ່ານ​ມາ ໂດຍ​ການ​ຕ້ອນຮັບ​ຂອງ​ທ່ານ​ນາງ ບົວ​ທາ ຂັດ​ທິຍະ ລັດຖະມົນຕີ​ຊ່ວຍ​ວ່າການຮອງ​ປະທານ​ຫົວໜ້າ​ກອງ​ເລຂາ ຄະນະ​ກຳມະການ​ແຫ່ງ​ຊາດ​ລາວ ​ເພື່ອ​ຄຸ້ມ​ຄອງ​ເສດຖະກິດ​ພິເສດ ແລະ ເຂດ​ເສດຖະກິດ​ສະເພາະ (​ຄຂພສ) ພ້ອມ​ດ້ວຍ​ຄະນະ​ບໍ​ລິຫານ​ເຂດ ແລະ ບໍລິສັດ ຮ່ວມ​ທຶນລາວ-ຈີນ ຈຳກັດ ທີ່​ເປັນ​ຜູ້​ພັດທະ​ນາ.

ທ່ານ ຫຼິວ​ຫູ້ ຜູ້ອຳນວຍການບໍລິສັດ ຮ່ວມ​ທຶນ ລາວ-ຈີນ ຈຳກັດ ໄດ້​ລາຍ​ງານ​ໂດຍ​ຫຍໍ້​ກ່ຽວກັບ​ເຂດ​ພັດທະນາ​ກວມ​ລວມ​ໄຊເຊດ​ຖາ ເຊິ່ງ​ແມ່ນ​ເຂດ​ພັດທະນາຮ່ວມ​ກັນ​ລະຫວ່າງ​ລັດຖະບານ ​ສປປ ລາວ ແລະ ​ສປ ຈີນ ນັບແຕ່​ເລີ່ມ​ສ້າງ​ໂຄງການ​ເດືອນ​ພະຈິກ 2010 ເປັນຕົ້ນ​ມາ ລັດ​ຖະບານ​ທັງ​ສອງ​ປະເທດ ​ໄດ້​ເອົາໃຈໃສ່​ຢ່າງ​ສະໜິດ​ແໜ້ນ​ຕໍ່​ການ​ພັດທະ​ນາ​ເຂດ​ດັ່ງກ່າວ ໂດຍ​ແມ່ນບໍລິສັດ ຮ່ວມ​ທຶນລາວ-ຈີນ ຈຳກັດ ເຊິ່ງ​ແມ່ນ​ບໍລິສັດ​ຮ່ວມ​ທຸລະກິດ​ລະຫວ່າງ​ບໍລິສັດ ​ລົງທຶນ​ຕ່າງປະເທດ​ແຂວງ​ຢຸນ​ນານ ຈຳກັດ ​ສປ ຈີນ ແລະ ລັດຖະບານ ​ສປປ ລາວ ຕາງໜ້າ​ໂດຍ​ນະຄອນຫຼວງວຽງ​ຈັນ ​ເປັນ​ຜູ້​ພັດທະນາ​ໃນ​ເນື້ອທີ່ 1.149 ເຮັກຕາ ຕັ້ງ​ຢູ່​ຂອບ​ເຂດເມືອງ​ໄຊ​ເຊດ​ຖາ ແລະ ເມືອງ​ໄຊທານີ.

ຈຸດປະສົງ​ໂຄງການ​ເພື່ອ​ພັດທະ​ນາ​ໃຫ້​ເປັນ​ເຂດ​ຜະລິດ​ທີ່​ປະກອບ​ມີ: ອຸດສາຫະກຳ​ປຸງ​ແຕ່ງຜະລິດ​ຕະ​ພັນ​ກະສິກຳ ແລະ ອຸດສາ​ຫະ​ກຳ​ເບົາ​ເພື່ອ​ສົ່ງ​ອອກ ການສ້າງ​ອາຄານ​ທີ່​ພັກ​ອາໄສ​ແບບ​ສີວິໄລ ເຂດ​ຂຽວ ບ່ອນ​ພັກຜ່ອນ ທ່ອງ​ທ່ຽວ ສູນ​ກາງ​ການ​ຂົນສົ່ງ ແລະ ອື່ນໆ ໂດຍ​ຈັດ​ແບ່ງ​ໂຄງການ​ອອກ​ເປັນ 3 ໄລຍະ ເຊິ່ງ​ໄລຍະ​ທຳ​ອິດ​ແມ່ນ​ສຸມ​ໃສ່​ພັດທະນາພື້ນຖານ​ໂຄງ​ລ່າງ​ໃນ​ເນື້ອທີ່​ຈຳນວນ 400 ກວ່າ​ເຮັກຕາ ເຊິ່ງ​ໄດ້ສຳເລັດ​ການ​ກໍ່ສ້າງ​ໄປ​ແລ້ວ​ຈຳນວນ​ໜຶ່ງ ເປັນຕົ້ນແມ່ນ​ຖະໜົນອ້ອມ​ຮອບ ປະຕູ​ເຂົ້າ​ເຂດ​ລະບົບໄຟຟ້າ ນ້ຳ​ປະປາ ຕຶກ​ສຳນັກງານ ຫ້ອງ​ວາງສະແດງ​ຂອງ​ໂຄງການ ມູນ​ຄ່າ​ການ​ລົງທຶນ 20 ກວ່າລ້ານ​ໂດ​ລາ​ສະຫະລັດ ແລະ ສາມາດ​ດຶງ​ດູດ​ເອົາ​ຫົວໜ່ວຍ​ທຸລະກິດ​ຕ່າງໆ​ຈາກ​ພາຍ​ໃນ ແລະ ຕ່າງປະເທດ​ເຂົ້າ​ມາ​ຈົດ​ທະບຽນ ທັງ​ໝົດ 23 ບໍລິສັດ ແລະ ໄດ້​ລົງທຶນ​ເຂົ້າ​ໃນ​ການ​ກໍ່ສ້າງ​ເພື່ອ​ດຳເນີນ​ກິດຈະການ​ຂອງ​ຕົນ​ເອງແລ້ວ 19 ບໍລິສັດ ໂດຍ​ມີ​ມູນ​ຄ່າການ​ລົງທຶນ​ຕາມ​ສັນຍາ 300 ລ້ານ​ໂດ​ລາ​ສະຫະລັດ ໃນ​ຂະແໜງ​ການ​ຜະລິດ​ກະສິກຳ ການກໍ່ສ້າງ​ພະລັງງານ ຂົນສົ່ງ ແລະ ປຸງ​ແຕ່ງ ເຊິ່ງ​ການ​ພັດທະນາ​ເຂດກວມ​ລວມ​ໄຊ​ເຊດ​ຖາ ​ແມ່ນ​ເປັນໄປ​ຕາມ​ແຜນ​ແມ່​ບົດ​ຂອງ​ການພັດທະນາ​ຂອງ​ເຂດ​ທີ່​ລັດຖະບານ ​ສປປ ລາວ ໄດ້​ຮັບຮອງ​ເອົາ​ໃນເດືອນ​ກໍລະກົດ 2013 ແລະ ບົດປະ​ເມີນ​ຜົນ​ການ​ກະທົບ​ຕໍ່​ສິ່ງ​ແວດລ້ອມ ແລະ ສັງຄົມ ທີ່​ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ແລະ ສິ່ງແວດ​ລ້ອມ ໄດ້​ອອກ​ໃບຢັ້ງຢືນ​ໃຫ້ເຂດ​ພັດທະນາ​ກວມ​ລວມ​ໄຊ​ເຊດຖາ ນອກຈາກ​ນີ້ ເພື່ອ​ຮັບປະກັນໄດ້​ເຖິງ​ມາດຕະຖານ​ສິ່ງ​ແວດລ້ອມ​ນັ້ນ ແລະ ບັນດາ​ຫົວໜ່ວຍວິ​ສາ​ຫະ​ກິດ​ທີ່​ເປັນ​ການ​ລົງທຶນ​ຂະໜາດ​ໃຫຍ່ ກໍ່​ໄດ້​ມີ​ການ​ເຮັດ​ບົດປະ​ເມີນ​ຜົນ​ກະທົບ​ຕໍ່​ສິ່ງແວດລ້ອມ​ອີກ​ເຊັ່ນ​ກັນ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...