ແຫກຄຸກຄັ້ງໃຫຍ່! ກຸ່ມຕິດອາວຸດໂຈມຕີຄ້າຍຄຸມຂັງຢູ່ເຢແມນ ມີນັກໂທດໂຕນໜີ 1,200 ຄົນ!

EyWwB5WU57MYnKOuXxtuB9Z7ASf7xbxabJzHEgmGDXrpDztbgOtUlY

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 2 ກໍລະກົດນີ້ວ່າ ເກີດເຫດກຸ່ມມືປືນ ບຸກໂຈມຕີຄ້າຍຄຸມຂັງໃນເມືອງຕາອິດ ທາງພາກກາງຂອງປະເທດເຢແມນ ໃນມື້ວັນອັງຄານ (30 ກໍລະກົດ) ທີ່ຜ່ານມາ ເປັນເຫດເຮັດໃຫ້ມີນັກໂທດພາກັນຫລົບໜີອອກໄປໄດ້ເຖິງ 1,200 ຄົນ ທ່າມກາງການປະທະກັນ ລະຫວ່າງກອງກຳລັງຕິດອາວຸດ ແລະ ຝ່າຍລັດຖະບານ.  ເຈົ້າໜ້າທີ່ຂອງເຢແມນໄດ້ລະບຸວ່າ ກຸ່ມມືປືນພວກນີ້ແມ່ນໄດ້ຮັບການສະໜັບສະໜູນ ຈາກກຸ່ມກໍ່ການຮ້າຍອັນເຄດາ ເນື່ອງຈາກນັກໂທດບາງຈຳນວນໜຶ່ງທີ່ຫລົບໜີ ແມ່ນເປັນຜູ້ຕ້ອງສົງໄສວ່າເປັນສະມາຊິກຂອງກຸ່ມດັ່ງກ່າວ.

ທັງນີ້ ເຫດການໂຈມຕີຄ້າຍຄຸມຂັງດັ່ງກ່າວ ແມ່ນເກີດຂຶ້ນໃນຂະນະທີ່ປະເທດເຢແມນ ກຳລັງປະເຊີນກັບສະພາບຄວາມບໍ່ສະຫງົບພາຍໃນປະເທດ ຈາກການທີ່ກຸ່ມຕິດອາວຸດມຸດສະລິມນິກາຍຊີອະ ຊື່ວ່າ ຮູຕິ ໄດ້ທຳການຍຶດນະຄອນຫລວງ ແລະ ພື້ນທີ່ບາງສ່ວນຂອງປະເທດເອົາໄວ້ ນັບຕັ້ງແຕ່ຕົ້ນປີທີ່ຜ່ານມາ ເຮັດໃຫ້ປະນານາທິບໍດີ ອັບດຸນ ຣັບບູ ມານຊູ ຮາດີ ຕ້ອງໄດ້ລີ້ໄພອອກນອກປະເທດ.