ດິນຖະຫລົ່ມໃນອິນໂດເນເຊຍ ເສຍຊີວິດ 24 ຄົນ ສູນຫາຍເກືອບຮ້ອຍ!

585535-01

 

ທາງການອິນໂດເນເຊຍ ລະດົມເຈົ້າໜ້າທີ່ກູ້ໄພ 2,000 ຄົນ ລົງພື້ນທີ່ດິນຖະຫລົ່ມແລ້ວ ພ້ອມຖະແຫລງພົບສົບຜູ້

ເສຍຊີວິດ 24 ລາຍ, ສູນຫາຍອີກ 84 ຄົນ.

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 14 ທັນວາຜ່ານມານີ້ວ່າ ເຫດການດິນຖະຫລົ່ມໃນບ້ານເຈ ມົບລັງ ເຂດບັນ

ຈາເນກາຣາ ແຂວງຊະວາກາງ ເມື່ອວັນສຸກ (12 ທັນວາ) ທີ່ຜ່ານມາ ເຊິ່ງລ່າສຸດພາຍຫລັງທາງການໄດ້ນຳເອົາເຄື່ອງມືກູ້

ໄພລົງພື້ນທີ່ ກໍສາມາດຄົ້ນພົບຜູ້ເສຍຊີວິດແລ້ວ ສູງເຖິງ 24 ຄົນ ໃນຂະນະທີ່ຍອດຜູ້ສູນຫາຍຍັງຢູ່ທີ່ 84 ຄົນ, ສ່ວນປະ

ຊາຊົນໃນບໍລິເວນອ້ອມຮອບພື້ນທີ່ປະສົບໄພ ປະມານ 577 ຄົນ ກໍໄດ້ຮັບການຊ່ວຍເຫລືອອົບພະຍົບໄປອາໄສຢູ່ສູນພັກ

ຊົ່ວຄາວແລ້ວ.