spot_img
Homeຂ່າວການສຶກສານ.ວ ສົ່ງນັກຮຽນຈົບ ມໍ ປາຍ ໄດ້ຄະແນນດີເດັ່ນ ໄປຕໍ່ຢູ່ນະຄອນໂຮ່ຈິມິງ

ນ.ວ ສົ່ງນັກຮຽນຈົບ ມໍ ປາຍ ໄດ້ຄະແນນດີເດັ່ນ ໄປຕໍ່ຢູ່ນະຄອນໂຮ່ຈິມິງ

Published on

 

ພະແນກສຶກສາທິການ ແລະ ກິລານະຄອນຫລວງວຽງຈັນ ໄດ້ຄັດເລືອກເອົານັກຮຽນຜູ້ທີ່ໄດ້ຮັບຄະແນນຫຼາຍສຸດ

ຂອງມັດທະຍົມສາມແຫ່ງທີ່ສອບເສັງຈົບຊັ້ນ ໃນສົກຮຽນ 2013-2014 ຜ່ານມາຈຳນວນ 20 ຄົນ ໄປຮຽນຕໍ່ວິຊາຊີບ

ໃນລະດັບປະລິນຍາຕີ ຢູ່ນະຄອນໂຮ່ຈິມິງ ສສ ຫວຽດນາມ ຕາມການຕົກລົງກັບນະຄອນແຮກສ່ຽວຂອງນະຄອນ

ຫລວງວຽງຈັນ ແລະ ນະຄອນໂຮ່ຈິມິງ.

 

ນັກຮຽນຈົບຊັ້ນ ມ.7 ທີ່ໄປຮຽນຕໍ່ວິຊາຊີບໃນຊຸດທຳອິດນີ້, ຄາດວ່າຈະໄດ້ ອອກເດີນທາງໃນທ້າຍເດືອນກັນຍານີ້, ໂດຍ

ໄດ້ຖືກຄັດເລືອກຈາກໂຮງຮຽນມັດທະຍົມສີ່ແຫ່ງຢູ່ໃນນະຄອນຫລວງຄື: ໂຮງຮຽນມັດທະຍົມຕອນປາຍວຽງຈັນ-ໂຮ່ຈິ

ມິງ (ສີໂຄດ), ໂຮງຮຽນມັດທະຍົມສົມບູນລາວ-ຫວຽດ (ຫລັກ 5) , ໂຮງຮຽນຫງວຽນຢູ ແລະ ໂຮງຮຽນພອນສະຫວັນຊົນ

ເຜົ່າ, ໂດຍແຕ່ລະໂຮງຮຽນໄດ້ຄັດເອົານັກຮຽນຜູ້ທີ່ມີຄະແນນຫຼາຍສຸດ ດີເດັ່ນໄປຮຽນຕໍ່ຈຳນວນ 5 ຄົນ, ເຊິ່ງນັກຮຽນ

ແຕ່ລະຄົນສາມາດເລືອກວິຊາຮຽນຂອງຕົນ ເພື່ອເຂົ້າຕໍ່ວິຊາຊີບຕາມຈຸດປະສົງທີ່ຕົນຕັ້ງໃຈໄວ້, ໂດຍການຮ່ວມມືຂອງ

ທາງນະຄອນໂຮ່ຈິມິງ ແລະ ຜູ້ປົກຄອງຂອງນັກຮຽນຮັບພາລະທາງດ້ານທຶນການສຶກສາທັງໝົດ.

 

ທ້າວ ບຸນຄຳ ໄຊຍະສອນ ນັກຮຽນຈາກໂຮງຮຽນມັດທະຍົມຕອນປາຍວຽງຈັນ-ໂຮ່ຈິມິງ (ສີໂຄດ), ຊຶ່ງແມ່ນໜຶ່ງໃນຈຳ

ນວນ 20 ຄົນ ທີ່ຖືກຄັດເລືອກ ໄດ້ກ່າວຄວາມຮູ້ສຶກຂອງຕົນຕໍ່ໜັງສືພິມລາວພັດທະນາວ່າ: “ ນ້ອງມີຄວາມຮູ້ສືກຕື່ນ

ເຕັ້ນ ແລະ ພາກພູມໃຈຫລາຍ ໂດຍທີ່ບໍ່ໄດ້ຄິດມາກ່ອນວ່າໂຕເອງຈະຖືກຄັດເລືອກໄປຮຽນຕໍ່ໃນຄັ້ງນີ້ ທີ່ຜ່ານມາຕົນ

ເອງກໍຮຽນໄດ້ພໍປານກາງ, ແຕ່ຍ້ອນມີຄວາມອົດທົນພະຍາຍາມ ແລະ ຄວາມເອົາໃຈໃສ່ເບິ່ງແຍງຈາກຄອບຄົວ, ຄູອາ

ຈານໃນໂຮງຮຽນ ແລະ ໝູ່ເພື່ອນ ທີ່ຊ່ວຍໃຫ້ກຳລັງໃຈຈຶ່ງມີມື້ນີ້ໄດ້.  ເມື່ອໂອກາດມາຮອດແລ້ວກໍຈະຕັ້ງໃຈຊອກຮູ້ຮ່ຳ

ຮຽນ, ເຝິກຝົນຫລໍ່ ຫລອມຕົນເອງໃຫ້ເປັນນັກຮຽນເກັ່ງມີຄວາມຮູ້, ຄວາມສາມາດ ແລະ ຈະນຳເອົາສິ່ງທີ່ຕົນໄດ້ຮຽນ

ຮູ້ມາສ້າງສາພັດທະນາປະເທດຊາດບ້ານເມືອງ ໃຫ້ຈະເລີນຮຸ່ງເຮືອງສີວິໄລ ແລະ ຢາກຝາກໃຫ້ນ້ອງໆທີ່ພວມຈະຈົບ

ມ ປາຍ ໃນປີນີ້ ຫລື ອີກຫລາຍປີ ໃຫ້ຕັ້ງໃຈສືກສາຮ່ຳຮຽນຄວນຫາເວລາຫວ່າງອ່ານ ແລະ ຄົ້ນຄວ້າວິຊາຮຽນ ເພາະມັນ

ຈະເຮັດໃຫ້ເຮົາມີຄວາມຈື່ຈຳໄດ້ໄວ້, ນອກຈາກນັ້ນຄວນຫັນມາຫລິ້ນກິລາເພື່ອສຸຂະພາບຫ່າງໄກຢາເສບຕິດນຳອີກ.

 

ແຫຼ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...