Motorola ຈະຈັດງານການເປີດໂຕສະມາດໂຟນລຸ້ນໃໝ່ ໃນວັນທີ 13 ພຶດສະພາ

14

ຫຼັງຈາກທີ່ເປັນຂ່າວລືມາກ່ອນໜ້ານີ້ວ່າ ຈະມີ Motorola ລຸ້ນທີ່ຖືກກວ່າ Moto G ອອກມາອີກ ແລະຄາດວ່າ ເຮົາອາດຈະໄດ້ເຫັນກັນໃນໄວໆນີ້ແລ້ວ ໂດຍ Motorola ປະກາດກຽມຈັດງານເປີດໂຕໂທລະສັບໃນວັນທີ 13 ພຶດສາພາ ຢູ່ທີ່ເມືອງ ລອນດອນ

650-1000-moto-e-mx1-500x161

ສຳລັບງານນີ້ເຮົາຄາດວ່າໜ້າຈະເຫັນ Moto E ທີ່ລືກັນມາໄດ້ໄລຍະໜຶ່ງແລ້ວ ວ່າຈະເປັນສະມາດໂຟນສຳລັບມະຫາຊົນ ລາຄາທີ່ທຸກຄົນສາມາດເປັນເຈົ້າຂອງໄດ້ ນອກຈາກນີ້ແລ້ວໜ້າຈະມີໂທລະສັບລຸ້ນສູງທີ່ລືກັນແບບ Moto X+1 ອີກນຳ

ນອກຈາກສະມາດໂຟນແລ້ວໜ້າຈະມີການເປີດໂຕໂມງລະບົບປະຕິບັດການ Android Wear ຄື Moto 360 ນຳ ໂດຍກຳນົດມື້ເປີດໂຕວ່າຢູ່ໃນຊ່ວງລະດູຮ້ອນທີ່ຈະມາຮອດນີ້ ເຊິ່ງຈະເປັນໄຕມາດທີສາມຂອງປີ 2014 ນັ້ນເອງ

ແຕ່ຈາກປະຫວັດຂອງ Motorola ທີ່ຜ່ານມາທາງ Motorola ໃນຊ່ວງຫຼັງໆມານີ້ຈະເປີດໂຕສິນຄ້າເທື່ອລະລາຍການ ເຮັດໃຫ້ຄາດວ່າ Motorola ຈະບໍ່ເປີດໂຕສິນຄ້າຫຼາຍຢ່າງໃນງານດຽວກັນ

ທີ່ມາ: Android Police