spot_img
Homeຂ່າວພາຍ​ໃນພຽງສອງເດືອນ ທພລ ຫລວງພະບາງ ອອກສິນເຊື່ອໄດ້ 200 ກວ່າຕື້

ພຽງສອງເດືອນ ທພລ ຫລວງພະບາງ ອອກສິນເຊື່ອໄດ້ 200 ກວ່າຕື້

Published on

ຈາກ​ການ​ຕອບ​ຮັບ​ທີ່​ນັບ​ມື້​ເພີ່ມ​ຂຶ້ນຂອງ​ລູກ​ຄ້າ ແລະ ຜົນ​ປະກອບ​ການ​ທຸລະກິດ​ປີ 2013 ພຽງ 2 ເດືອນ​ທະນາຄານພັດທະນາ​ລາວ (​ທພລ) ສາຂາ​ແຂວງຫລວງ​ພະບາງ ມີ​ຍອດ​ສິນ​ເຊື່ອ​ປ່ອຍ​ແລ້ວ 266 ຕື້​ກີບ, ຂະນະ​ທີ່​ຍອດ​ເງິນ​ຝາກ​ມີ 299 ຕື້, ເຊື່ອ​ຫມົດ​ປີ​ນີ້​ຈະ​ມີ​ຜົນ​ກຳໄລ 2 ຕື້​ກວ່າ​ກີບ.

ທ່ານ ສົມ​ຈັນ ສົມບູນ​ສີ ຫົວຫນ້າ​ທະນາ​ຄານ​ພັດທະນາ​ລາວ​ສາຂາ​ແຂວງຫລວງ​ພະ​ບາງ​ໄດ້​ໃຫ້​ສຳພາດ​ຕໍ່​ທີມ​ຂ່າວ ເສດຖະກິດ​ຫວ່າງ​ບໍ່​ດົນ​ວ່າ: ​ທພລ ນັບແຕ່​ເລີ່ມ​ເປີດ​ສາຂາ​ໃຫ້​ບໍລິການ​ໃນ​ປີ 2003 ມີ​ລູກ​ຄ້າ​ເຂົ້າ​ໃຊ້​ບໍລິການ​ເພີ່ມຂຶ້ນ​ໃນ​ແຕ່​ລະ​ປີ​ປະມານ 10%, ເຊິ່ງ​ໄດ້ປະກອບສ່ວນ​ໃຫ້​ທາງ ​ທພລ ເຕີບ​ໂຕຢ່າງ​ວ່ອງໄວ ໂດຍ​ສະເພາະ​ແມ່ນ​ສາຂາ ຢູ່​ແຂວງ​ຫລວງ​ພະ​ບາງ​ທີ່​ມີ​ບໍລິການຫລາກ​ຫລາຍ​ບໍ່​ວ່າ​ຈະ​ເປັນ​ເງິນ​ຝາກ​ກະແສ​ລາຍ​ວັນ, ຝາກ​ປະຢັດ ແລະ ເງິນ​ຝາກ ປະຈຳ 24 ເດືອນ, 36 ເດືອນ, 48 ເດືອນ, 60 ເດືອນ ພ້ອມ​ທັງ​ບໍລິການໂອນ​ເງິນ​ທາງໄກ.

ທ່ານ​ຫົວຫນ້າ ​ທພລ ກ່າວ​ອີ​ກວ່າ: ​ທພລ ບໍລິການ​ສິນ​ເຊື່ອ​ຂອງ​ທະນາຄານພັດທະນາ​ລາວ ໂດຍ​ສ່ວນ​ໃຫຍ່​ແມ່ນ​ເນັ້ນໃສ່​ສົ່ງເສີມ ແລະ ພັດທະນາ​ວິ​ສາ​ຫະ​ກິດຂະຫນາດ​ນ້ອຍ ແລະ ຂະຫນາດ​ກາງ (SME) ໃນ​ທຸກ​ຂະແຫນງການ​ເພື່ອເປັນ​ການ​ປະກອບສ່ວນ​ໃນ​ການ​ພັດ​ທະນາ​ເສດຖະກິດ-ສັງຄົມ ແລະ ແກ້​ໄຂ​ຄວາມທຸກ​ຍາກ​ຕາມ​ທິດ​ທາງ​ແຜນການ​ຂອງ​ພັກ-ລັດຖະບານ​ວາງ​ອອກ.

ສຳລັບ​ປີ 2013 ໃນ 2 ເດືອນ​ຜ່ານ​ມາ​ນີ້ ​ທພລ ສາຂາ​ຫລວງ​ພະ​ບາງ​ມີ​ສິນ​ເຊື່ອ​ທີ່​ປ່ອຍ​ອອກ​ແລ້ວທັງ​ຫມົດ 266 ຕື້​ກີບ, ທຽບໃສ່ແຜນການ​ປີ​ທີ່​ວາງ​ໄວ້ 321,25 ຕື້​ກີບປະຕິບັດ​ໄດ້ 98% ໃນ​ນັ້ນ ມີຂະແຫນງ​ຫັດຖະກຳ ແລະ ອຸດ​ສາຫະ​ກຳ 15%, ກໍ່ສ້າງ ແລະ ວັດຖຸ 46%, ກະສິກຳ 4%, ສ່ວນ​ຂະແຫນງ​ການ​ຄ້າ ແລະ ບໍລິການກວມ 35% ຂອງ​ຈຳນວນ​ສິນ ເຊື່ອ​ທັງ​ຫມົດ, ກ່ຽວ​ກັບ​ຍອດ​ເງິນຝາກ​ບັນລຸ 299 ຕື້​ກີບ, ປະຕິບັດໄດ້​ແລ້ວ 98% ຂອງ​ແຜນການ​ປີ.

ທະນາຄານ​ພັດທະນາ​ລາວສາຂາ​ຫລວງ​ພະ​ບາງ ມາ​ຮອດ​ປະຈຸ​ບັນ ມີ​ຕູ້​ເອ​ທີ​ເອັມ (ATM) ທັງ​ຫມົດ 12 ຕູ້, ໃນ​ນັ້ນມີ​ຢູ່​ເມືອງ​ນ້ຳ​ບາກ ແລະ ເມືອງ​ນານ, ພ້ອມ​ດຽວ​ກັນ​ຍັງ​ຂະຫຍາຍ​ໄດ້ 4 ຫນ່ວຍ​ບໍລິການ, 3 ຫນ່ວຍ​ແລກປ່ຽນ​ເງິນຕາ ແລະ ອອກ​ບັດ ATM ໄດ້​ທັງ​ຫມົດ 3.200 ບັດ, ທ່ານ ສົມ​ຈັນ ສົມບູນ​ສີ ກ່າວ.

ທີ່ມາhttp://www.ecom.org.la

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...