spot_img
Homeຂ່າວພາຍ​ໃນລາວລໍ ມອບ 220 ລ້ານກີບ ໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

ລາວລໍ ມອບ 220 ລ້ານກີບ ໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

Published on

ລາວລໍ ມອບ 220 ລ້ານກີບ ໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

 

ບໍລິສັດ ລາວລໍແອນຄອນເຊົາແທນຊີ ກຣຸບ ໄດ້ປະກອບສ່ວນສະໜັບສະໜູນມອບເຄື່ອງຊ່ວຍເຫຼືອ ແລະ ເງິນ ລວມມູນຄ່າ 220
ລ້ານກີບ ໃຫ້ແກ່ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນນັ້ນໄດ້ມອບເງິນຈຳນວນ 100 ລ້ານກີບ ໃຫ້ກັບສະ
ຫະພັນແມ່ຍິງກະຊວງ ນຳໃຊ້ໃນການເຄື່ອນໄຫວກິດຈະກຳຕ່າງໆ ພ້ອມທັງໃນການສະເຫຼີມສະຫຼອງວັນທີ 8 ເດືອນ ມີນາ ວັນ
ແມ່ຍິງສາກົນນັ້ນ ກໍໍເພື່ອຍົກສູງພາລະບົດບາດຂອງແມ່ຍິງເຄົາລົບຕໍ່ສິດ ແລະ ຜົນງານທີ່ຍາດມາໄດ້ທາງດ້ານເສດຖະກິດ-ສັງຄົມ
ແລະ ການເມືອງ ພ້ອມນັ້ນກໍໄດ້ມອບເຄື່ອງຄອມພິວເຕີ 30 ຊຸດ ແລະ ເຄື່ອງພຣີ້ນເຕີ 10 ຊຸດ ລວມມູນຄ່າ 80 ລ້ານກີບ ເພື່ອ
ນຳໃຊ້ເຂົ້າໃນວຽກງານພັດທະນາ 3 ສ້າງ.
ເຊິ່ງວຽກງານນີ້ແມ່ນແນໃສ່ການຫຼຸດຜ່ອນຄວາມທຸກຍາກ ໂດຍຈະຊ່ວຍເພີ່ມຂີດຄວາມສາມາດໃຫ້ກະຊວງດັ່ງກ່າວ ສາມາດບັນລຸ
ຈຸດປະສົງເປົ້າໝາຍ ຄຽງຄູ່ກັນນັ້ນ ທາງບໍລິສັດດັ່ງກ່າວຍັງໄດ້ມອບເງິນຈຳນວນ 40 ລ້ານກີບ ໃຫ້ກັບກົມທໍລະນີສາດ ແລະ ແຮ່
ທາດ ສຳລັບຈັດຊື້ເຄື່ອງມືອຸປະກອນຮັບໃຊ້ວຽກງານທີ່ຈຳເປັນ ເພື່ອເພີ່ມຄວາມສາມາດໃນການປະຕິບັດງານ.
ການມອບ-ຮັບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ໄດ້ມີຂຶ້ນລະຫວ່າງທ່ານນາງ ສິຣິໂສພາ ບຸດດາຄຳ ຜູ້ອຳນວຍການບໍລິສັດ ລາວລໍແອນ
ຄອນເຊົາແທນຊີ ກຣຸບ ແລະ ທ່ານນາງ ບຸນຄຳ ວໍລະຈິດ ຫົວໜ້າກົມຈັດຕັ້ງພະນັກງານກະຊວງຊັບພະຍາກອນທຳມະຊາດ ແລະ
ສິ່ງແວດລ້ອມ ໂດຍມີທ່ານ ສີສະຫວັດ ວິທະໄຊ ລັດຖະມົນຕີຊ່ວຍວ່າການ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດ
ລ້ອມ ພ້ອມດ້ວຍຫົວໜ້າກົມ ຮອງກົມ ພະນັກງານວິຊາການຂອງທັງສອງຝ່າຍເຂົ້າຮ່ວມ.
ບໍລິສັດ ລາວລໍຄອນເຊົາແທນຊີ ກຣຸບ ເປັນບໍລິສັດທີ່ໃຫ້ການສະໜັບສະໜູນທາງດ້ານກົດໝາຍທຸກຮູບແບບ ລວມມີການໃຫ້ຄຳ
ປຶກສາທາງດ້ານການລົງທຶນດ້ານການເງິນ ການທະນາຄານ ພະລັງງານ ບໍ່ແຮ່ ໂຮງແຮມ ແລະ ອື່ນໆ.
ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...