Homeຄວາມງາມວິທີ່ໄດເອັດຕາມກຸ໊ບເລືອດ ກິນແບບໃດເຖີງຈະສວຍຜອມ

ວິທີ່ໄດເອັດຕາມກຸ໊ບເລືອດ ກິນແບບໃດເຖີງຈະສວຍຜອມ

Published on

Blood Type Diet ການກິນຕາມກຸ໊ບເລືອດ ຖືກພັດທະນາໂດຍ Naturopathic Physician ນາມວ່າປີເຕີ ດີ ອາດາໂມ່ການໄດ ເອັດນີ້ມີຊື່ວ່າ “Eat Right For Your Type” ຫຼືກໍຄື ຈະແນະນຳໃຫ້ຄົນເຮົາກິນອາຫານໂດຍອີງຈາກກຸ໊ບເລືອດ A B AB ຫຼື O ໂດຍ          ອ້າງວ່າ ກຸ໊ບເລືອດແຕ່ລະຊະນິດນັ້ນ ຈະຍ່ອຍໂປຕີນຈາກອາຫານ (ເອີ້ນວ່າ lectin.) ໃດ້ຕ່າງກັນ ນອກຈາກນີ້ ຍັງກ່າວວ່າການ

ກີนອາຫານທີ່ມີLectin.ຜິດປະເພດສຳລັບຮ່າງກາຍທ່ານນັ້ນຈະສົ່ງຜົນກະທົບໃນທາງລົບຕໍ່ຮ່າງກາຍເຊັ່ນ edema Metabolic

ທີ່ຫຼຸດລົງ ແລະແມ້ແຕ່ມະເລັງບາງຊະນິດໃນທາງຕົງກັນຂ້າມກໍ່ເຊື່ອວ່າການກິນອາຫານທີ່ຖືກປະເພດສຳລັບທ່ານຈະເຮັດໃຫ້

ຮ່າງກາຍແຂງແຮງຂື້ນ

ກູ໊ບ O

ເປັນກຸ້ບເລືອດທຳອິດທີ່ເກົ່າແກ່ดທີ່ສຸດຂອງມະນຸດເຮົາ ເຊື່ອວ່າຄົນທີ່ມີກຸ໊ບເລືອດນີ້ຈະມີຄວາມເປັນນັກລ່າຈາກບັນພະບູລຸດທີ່ຫຼົງເຫຼືອຢູ່ໃນໂຕ ເຮົາ ຈຶ່ງເໝາະສົມສຳລັບອາຫານແບບໂປຕີນສູງຄືເນື້ອສັດໄຂມັນຕ່ຳແລະປາ ທັນຍາພືດແລະຂະໝົມປັງ ກັບການອອກກຳລັງກາຍຢ່າງເຂັ້ມງວດ

 ກູ໊ບA

ເຊື່ອວ່າກຸ໊ບເລືອດນີ້ເກີດຂື້ນຫຼັງ ຈາກທີມະນຸດເຮົາມີການກະສິກຳແລ້ວເພາະເຮົາຕ້ອງມີການຍ່ອຍCarbohydrate ໃດ້ດີຫຼາຍຂື້ນດັ່ງນັ້ນຄົນ

ກຸ໊ບເລືອດເອຈື່ງເໝາະສົມສຳລັບໂປຕີນຖົ່ວເຫຼືອງທັນຍາພືດ ຜັກແຕ່ໃນຂະນະດຽວກັນ ຕ້ອງກິນຊີ້ນນ້ອຍກ່ວາຄົນກຸ໊ບເລືອດອື່ນໆເຂັ່ນດຽວກັບ ການອອກກຳລັງກາຍກໍ່ຕ້ອງເບົາກວ່າກຸ໊ບໂອດ້ວຍ

 ກູ໊ບB

ເຊື່ອວ່າກຸ໊ບນີ້ມີຄວາມສາມາດໃນການປັບຕົວທີ່ດີ ພ້ອມກັບມີລະບົບຍ່ອຍອາຫານທີ່ຄ່ອນຂ້າງຈະປ່ຽນແປງໄດ້ດີ.ດັ່ງນັ້ນທ່ານສາມາດກິນຜະລິດ

ຕະພັນຈາກນົມໃດ້ສະບາຍແລະຍັງກີນເນື້ອສັດໃດ້ອີກດ້ວຍ ຢ່າງໃດກໍ່ຕາມອາດຈະຕ້ອງຫຼີກຫຼ່ຽງສາລີ ທັນຍາພືດຖົ່ວເປືອກແຂງ ໝາກເຫຼັ່ນ

ໃນຂະນະການອອກກຳລັງກາຍຂອງທ່ານສາມາດລົດນ້ຳໜັກໄວກວ່າກຸ໊ບເອ ໃຫ້ຢູ່ໃນລະດັບປານກາງ

ກູ໊ບAB ກຸ໊ບນີ້ຈະມີຄຸນສົມບັດລວມຂອງເອແລະບີ ຄົນກຸ໊ບເລືອດນີ້ອາດຈະຫຼີກຫຼ່ຽງການກີນເນື້ອສັດແລະມາຫັນກີນເຕົ້າຫູ້ ອາຫານທະເລ    ຫຼືນົມແທນ ສາມາດອອກກຳລັງກາຍສະລັບໜັກ-ເບົາໃດ້

ການກີນຕາມກຸ໊ບເລືອດນັ້ນ ຈະທຳໃຫ້ທ່ານລົດນ້ຳໜັກຕົວ ສົດຊື່ນແລະສຸຂະພາບໂດຍລວມແຂງແຮງດີ ຢ່າງໃດກໍ່ຕາມການໄດ

ເອັດ ແບບນີ້ເນັ້ນທີ່ຜົນສຸກຂະພາບແລະການປ້ອງກັນໂລກຫຼາຍກວ່າການລົດນ້ຳໜັກ ແຜນການໄດເອັດດັ່ງກ່າວ

ອ້າງອີງຈາກຄວາມເຊື່ອວ່າເຮົາທຸກຄົນແຕກແຕກຕ່າງກັນໃນເລື່ອງຂອງອາຫານບໍ່ມີການຄວບຄຸ່ມແຄລໍຣີໃນການໃດເອັດເຊັ່ນນີ້ໝາຍຄວາມວ່າ ບໍ່ມີຄວາມຫິວໂຫຍທີ່ເກີດຂື້ນໃນການໄດເອັດ ອາດຈະບໍ່ເຫັນຜົນໃນເລື່ອງຂອງການລົດນ້ຳໜັກຢ່າງແທ້ຈິ່ງ ຢ່າງໃດກໍ່ຕາມເນື່ອງຈາກມີການສະນັບສະນຸນໃຫ້ອອກກຳລັງກາຍຮ່ວມດ້ວຍ ຫຼາຍຄົນຈຶ່ງເຫັນຜົນຈິງ

ທີ່ມາ http://women.sanook.com

ບົດຄວາມຫຼ້າສຸດ

ລັດຖະບານ ຍີ່ປຸ່ນ ມອບພາຫະນະ, ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ ໃຫ້ ກະຊວງ ຍທຂ

ໃນວັນທີ 9 ພະຈິກ 2026 ທີ່ລັດວິສາຫະກິດ ກໍ່ສ້າງທາງເລກ 8 ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີ ມອບ-ຮັບ ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ...

JOYEE N01 ພ້ອມລຸຍຕະຫຼາດໂລກຢ່າງເປັນທາງການ!

ວັນທີ 28 ຕຸລາ ທີ່ຜ່ານມາ, China FAW (ສາຂາ Yancheng) ໄດ້ຈັດພິທີສະຫຼອງການຜະລິດ JOYEE N01 ຈຳນວນຫຼາຍ (Mass Production)...

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ປະເທດທີ່ຍິ່ງໃຫຍ່ ເກີດຈາກການນຳພາຂອງຜູ້ນຳ: 5 ຫຼັກການສຳລັບລາວ ແລະ ປະເທດອື່ນໆ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...