2 ສິ່ງນີ້ຊ່ວຍໃຫ້ເຊົາຖອກທ້ອງໄດ້ໂດຍບໍ່ຕ້ອງກິນຢາດີເຈັບທ້ອງ

ໃນຄໍລຳສຸຂະພາບ ກັບ ລາວໂພສຕ໌ ຈະມານຳສະເໜີເຄື່ອງດື່ມ 2 ຊະນິດທີ່ສາມາດຮັກສາອາການຖອກທ້ອງໄດ້ໂດຍບໍ່ຕ້ອງກິນຢາດີເຈັບທ້ອງໃສ່ ແຖມຍັງຊ່ວຍໃຫ້ຮ່າງກາຍຂອງເຮົາບໍ່ເມື່ອຍຫຼາຍນຳອີກ ເຊິ່ງຈະມີຫຍັງແນ່ນັ້ນເຮົາມາອ່ານກັນເລີຍ

 ເຄືອງດື່ມທີ່ຄວນກິນສຳລັບຄົນທີ່ມີອາການຖອກທ້ອງ
1. ນ້ຳ ບໍ່ວ່າຈະເປັນນ້ຳລ້າ, ນ້ຳຫວານ, ນ້ຳຊາຈາງໆ ຫຼື ນ້ຳເກືອແຮ່ ເພາະນ້ຳຈະຊ່ວຍຊົດເຊີຍນ້ຳທີ່ຮ່າງກາຍຕ້ອງສູນເສຍໄປຈາກການຖ່າຍ ເຮັດໃຫ້ຮ່າງກາຍຫາຍດີໄວຂຶ້ນ ໂດຍບໍ່ຈຳເປັນຕ້ອງກິນຢາດີເຈັບທ້ອງໃສ່
2. ນົມສົ້ມ ຫຼື ໂຢເກິດ ຈຳພວກນີ້ອຸດົມໄປດ້ວຍແລັກໂຕບາຊິລລັສ ຫຼື ໄບຟິໂດແບດທີຣຽມ ປະສົມຢູ່ມັນຈະຊ່ວຍຟື້ນຟູແບັດທີເຣຍຝ່າຍດີທີ່ເຮັດໜ້າທີ່ປົກປ້ອງລຳໃສ້ໃຫຍ່ ມີສ່ວນຊ່ວຍໃຫ້ອາການຖອກທ້ອງຊ້ຳເຮື້ອດີຂຶ້ນ
ຂໍ້ມູນຈາກ: http://www.siamok.com/

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!