15 ປະໂຫຍດຂອງຫົວສີໃຄ

 

  1. ສັບພະຄຸນຂອງຫົວສີໃຄຊ່ວຍໃຫ້ຈະເລີນອາຫານ
  2. ປະໂຫຍດຂອງຫົວສີໃຄຊ່ວຍລ້າງສານພິດໃນຮ່າງກາຍ: ຄຸນສົມບັດຂັບຖ່າຍປັດສະວະ ສານພິດ ແລະກົດຢູຣິກຈະຖືກຂັບອອກຈາກຮ່າງກາຍ ນອກຈາກນັ້ນສານເຄມີໃນຫົວສີໃຄຈະເຂົ້າໄປທໍາຄວາມສະອາດລະບົບຍ່ອຍອາຫານ, ຕັບ, ຕັບອ່ອນ ແລະໝາກໄຂ່ຫຼັງ ເຮັດໃຫ້ລະບົບຍ່ອຍອາຫານສະອາດຂຶ້ນ ແລະທໍາງານໄດ້ຢ່າງມີປະສິດທິພາບ.
  3. ຊ່ວຍຍ່ອຍອາຫານ: ນອກຈາກຈະຊ່ວຍໃຫ້ລະບົບຍ່ອຍອາຫານທໍາງານໄດ້ດີຂຶ້ນແລ້ວ ຍັງຊ່ວຍປ້ອງກັນ ແລະຫຼຸດແກ໊ສໃນລໍາໄສ້ໄດ້ ໂດຍສະເພາະຫາກດື່ນຊາຫົວສີໃຄຈະຊ່ວຍຍ່ອຍໄດ້ດີ.
  4. ຊ່ວຍໄລ່ມົດແມງ
  5. ມີສັບພະຄຸນເສີມສ້າງຄວາມແຂງແຮງ ແລະຊ່ວຍຊ່ອມແຊມລະບົບປະສາດ
  6. ຊ່ວຍຫຼຸດອາການອັກເສບ: ຫົວສີໃຄຊ່ວຍບັນເທົາອາການເຈັບປວດຕ່າງໆເຊັ່ນ: ເຈັບແຂ້ວ, ຕາຕໍ້, ເຈັບກ້າມຊີ້ນ ລອງເອົານໍ້າມັນຫອມ ແລະຫົວສີໃຄມາຖູນວດຈະຊ່ວຍໄດ້
  7. ຊ່ວຍບໍາລຸງຜິວຊັ້ນດີ
  8. ເອົາຫົວສີໃຄມາຕົ້ມດື່ມແກ້ອາການປວດຮາກໄດ້ ຫຼືເອົາຫົວສົດມາຄັ້ນເອົາແຕ່ນໍ້າແກ້ອາການເມົາ
  9. ໃຊ້ດັບກິ່ນຄາວ
  10. ມີສັບພະຄຸນຊ່ວຍໃນການຂັບເຫື່ອ ເປັນຢາບໍາລຸງທາດໄຟໃຫ້ຈະເລີນ, ບໍາລຸງທາດ, ຊ່ວຍແກ້ອາການເບື່ອອາຫານ ເຮັດໃຫ້ຈະເລີນອາຫານ
  11. ສານສະກັດຈາກຫົວສີໃຄມີສ່ວນຊ່ວຍປ້ອງກັນພະຍາດມະເຮັງລໍາໄສ້ໃຫຍ່ໄດ້
  12. ຊ່ວຍແກ້ ແລະບັນເທົາອາການຫວັດ ແລະເຈັບຫົວ
  13. ຊ່ວຍປິ່ນປົວພະຍາດຄວາມດັນໂລຫິດສູງ ແລະພະຍາດຫອບຫືດ
  14. ປະໂຫຍດນໍ້າມັນຫອມຂອງຫົວສີໃຄ ຊ່ວຍຕໍ່ຕ້ານເຊື້ອລາຕາມຜິວໜັງ ແລະຊ່ວຍແກ້ພະຍາດໜອງໃນ ຫາກນໍາໄປປະສົມກັບສະໝູນໄພຊະນິດອື່ນໆ
  15. ນໍ້າຫົວສີໃຄຫອມ-ໃບເຕີຍ ດື່ມຊ່ວຍດັບຮ້ອນແກ້ເມື່ອຍໄດ້ເປັນນຢ່າງດີ

1 COMMENT

  1. ເຫັນດີນໍາທ່ານທີເອົາສັບພະຄຸນອັນເປັນປະໂຫຍດໃນການປິນປົວພະຍທດຕ່າງໆ.
    ຍາກໃຫ້ຊອກສັບພະຄຸນຢາດີກະເພາະລໍາໄສອອກໃຫ້ແດ່

Comments are closed.