spot_img
Homeຂ່າວພາຍ​ໃນ100 ກວ່າໂຮງງານ​ປຸງ​ແຕ່ງ​ໄມ້​ ຖືກສັ່ງຢຸດກິດຈະການ

100 ກວ່າໂຮງງານ​ປຸງ​ແຕ່ງ​ໄມ້​ ຖືກສັ່ງຢຸດກິດຈະການ

Published on

ໃນ​ປີ 2017 ລັດຖະບານ ໄດ້ເປັນ​ເຈົ້າ​ການ​ຢ່າງ​ຕັ້ງໜ້າ​ ເຂົ້າ​ໃນການຈັດຕັ້ງ​ປະຕິບັດ​ວຽກ​ງານ​ສົ່ງເສີມ​ການ​ຜະລິດ​ເປັນ​ສິນຄ້າ ແລະ ບໍລິການ​ໃຫ້​ມີ​ຫຼາຍ​ຮູບ​ແບບ ເພື່ອ​ຫຼຸດຜ່ອນ​ການ​ເອື່ອຍອີງໃສ່​ຊັບພະຍາກອນ​ທຳ​ມະ​ຊາດເກີນ​ໄປ ເຊິ່ງ​ລັດຖະບານ​ໄດ້​ມີການ​ປັບປຸງ ແລະ ດັດສົມ​ໂຮງງານ​ປຸງ​ແຕ່ງ​ໄມ້​ທົ່ວ​ປະເທດ ກ່ອນຄຳ​ສັ່ງເລກ​ທີ 15/​ນຍ ທົ່ວ​ປະເທດ​ມີ​ໂຮງງານ​ອຸດສາຫະກຳ​ປຸງແຕ່ງ​ໄມ້ ທັງ​ໝົດ 1.595 ແຫ່ງ ຜ່ານ​ການຈັດຕັ້ງ​ປະຕິບັດຄຳ​ສັ່ງ 15/​ນຍ ຢ່າງ​ເຂັ້ມ​ງວດ ເຮັດ​ໃຫ້ບັນດາ​ໂຮງງານ​ທີ່​ບໍ່​ໄດ້​ມາດ​ຕະຖານ ​ຖືກ​ສັ່ງ​ຢຸດ​ການ​ດຳເນີນ​ກິດຈະ​ການ ຈຳນວນ 140 ແຫ່ງ ໃນນັ້ນ ມີ​ໂຮງງານ​ຢູ່​ແຂວງ​ໄຊ​ຍະ​ບູ​ລີ 83 ແຫ່ງ ນະຄອນຫຼວງ​ວຽງ​ຈັນ 8 ແຫ່ງ ບໍ​ລິ​ຄຳ​ໄຊ 13 ແຫ່ງ ສາລະ​ວັນ 4 ແຫ່ງ ແລະ ແຂວງ​ເຊກອງ​ອີກ 19 ແຫ່ງ.

ຄຽງ​ຄູ່​ກັນ​ນັ້ນ ການ​ພັດ​ທະນາ​ສິນຄ້າ​ທີ່​ເປັນ​ທ່າແຮງ ແລະ ສິນຄ້າ​ໜຶ່ງ​ເມືອງ​ໜຶ່ງ​ຜະລິດ​ຕະພັນ ODOP ໄດ້ 16 ຫົວໜ່ວຍ 90 ຜະລິດ​ຕະ​ພັນ ອອກ​ໃບ​ອະນຸຍາດ​ນຳ​ໃຊ້​ກາ​ໝາຍ ສິນຄ້າ​ໂອດັອບ​ແຫ່ງ​ຊາດ ໃຫ້ 17 ແຂວງ ມີ 138 ຫົວໜ່ວຍ ມີ 533 ຜະລິດຕະ​ພັນ ຢູ່​ໃນ 132 ບ້ານ 72 ເມືອງ ໃນ​ນັ້ນ ມີ​ຜະລິດ​ຕະ​ພັນ​ຫັດຖະ​ກຳ ຈຳນວນ 81 ຫົວໜ່ວຍ ອາຫານ ເຄື່ອງ​ດື່ມ 49 ຫົວໜ່ວຍ ແລະ ຢາພື້ນເມືອງ 8 ຫົວໜ່ວຍ ພ້ອມ​ດຽວ​ກັນ ລັດຖະບານໄດ້ເອົາໃຈໃສ່​ການ​ສົ່ງເສີມ​ການ​ຜະລິດ ແລະ ການ​ຄ້າ​ກັບ​ຕ່າງ​ປະເທດ ເປັນຕົ້ນແມ່ນ​ການ​ຄ້າ​ຫຼາຍຝ່າຍ​ໃນ​ຂອບ WTO ການ​ຮ່ວມມື​ເສດຖະກິດ​ອາ​ຊຽນ ການ​ພົວພັນ​ການ​ຄ້າ​ສອງ​ຝ່າຍ ສົ່ງເສີມການ​ຄ້າ​ຊາຍ​ແດນ ລວມ​ທັງມາດ​ຕະການ​ຕ່າງໆ​ທາງ​ດ້ານການ​ຄ້າ​ທີ່​ບໍ່​ແມ່ນ​ພາສີ ພ້ອມ​ກັບສຳເລັດ​ການ​ອະນຸມັດ​ສິນ​ເຊື່ອໃຫ້​ແກ່​ຜູ້​ປະກອບ​ການ SME ໂດຍ​ຜ່ານ​ລະບົບ​ທະນາຄານ ຈຳນວນ 78 ລາຍ ມູນ​ຄ່າ 27,4 ຕື້​ກີບ ພາຍ​ໃຕ້​ໂຄງການ​ສະໜອງ​ສິນ​ເຊື່ອຜ່ານ​ລະບົບ​ທະ​ນາຄານ ນອກຈາກ​ນີ້ ຍັງ​ມີ​ການລົງທຶນ​ຂອງ​ຫົວໜ່ວຍ SME ໂດຍ​ການ​ຮ່ວມ​ກັບ​ທະນາຄານ 96 ຕື້​ກີບ ເຊິ່ງ​ສາມາດ​ສະໜອງສິນ​ເຊື່ອ​ໄດ້ 35 ລາຍ ເປັນ​ເງິນ 31.053 ລ້ານ​ກີບ.

ຂໍ້​ມູນ​ຈາກ​ບົດ​ລາຍ​ງານ​ຂອງລັດຖະບານ ຕໍ່​ກອງ​ປະຊຸມ​ສະໄໝສາມັນ​ເທື່ອ​ທີ 4 ຂອງ​ສະພາ​ແຫ່ງຊາດ ຊຸດ​ທີ VIII ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາເສດຖະກິດ-ສັງຄົມ ສົກ​ປີ 2017 ແລະ ທິດ​ທາງ​ແຜນການ ສົກ​ປີ 2018.

 

ແຫລ່ງຂ່າວ: ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...