spot_img
Homeຂ່າວຕ່າງປະເທດ1 ພະຈິກ ໄທກຽມເປີດຮັບນັກທ່ອງທ່ຽວ 10 ປະເທດ ໂດຍບໍ່ຕ້ອງກັກໂຕ

1 ພະຈິກ ໄທກຽມເປີດຮັບນັກທ່ອງທ່ຽວ 10 ປະເທດ ໂດຍບໍ່ຕ້ອງກັກໂຕ

Published on

ຕາມການຖະແຫຼງການ ໂດຍ ທ່ານ ປະຍຸດ ຈັນໂອຊາ ນາຍົກລັດຖະມົນຕີ ປະເທດໄທ ກຽມເປີດຮັບນັກທ່ອງທ່ຽວ 10 ປະເທດ ເຂົ້າປະເທດໂດຍບໍ່ຕ້ອງກັກໂຕ ເລີ່ມ ວັນທີ 1 ພະຈິກ 2021 ນີ້ ເປັນຕົ້ນໄປ.

ໃນເວລາ 8 ໂມງ ແລງ ຂອງວັນທີ 11 ຕຸລາ 2021, ທ່ານ ປະຍຸດ ຈັນໂອຊາ ນາຍົກລັດຖະມົນຕີ ປະເທດໄດ້ ໄດ້ຖະແຫຼງການວ່າ: ໃນວັນທີ 1 ພະຈິກ ເປັນຕົ້ນໄປ ປະເທດໄທຈະເປີດຮັບການເດີນທາງເຂົ້າປະເທດ ໂດຍບໍ່ຕ້ອງກັກໂຕ ສຳລັບຜູ້ທີ່ສັກວັກຊີນຄົບ ແລະ ເດີນທາງດ້ວຍທາງອາກາດ ເຊິ່ງມາຈາກປະເທດທີ່ໄດ້ກຳນົດວ່າ ເປັນປະເທດທີ່ມີຄວາມສ່ຽງຕໍ່າ.

ເບື້ອງຕົ້ນ ຈະເປີດຮັບກ່ອນ 10 ປະເທດ ເຊິ່ງລວມມີ ອັງກິດ, ສິງກະໂປ, ເຢຍລະມັນ, ຈີນ ແລະ ອາເມລິກາ ແລະຕັ້ງເປົ້າວ່າຈະຂະຫຍາຍຈຳນວນປະເທດໃຫ້ຫຼາຍຂຶ້ນຕື່ມ ພາຍໃນວັນທີ 1 ທັນວາ 2021 ແລະ ຫຼັງຈາກນັ້ນວັນທີ 1 ມັງກອນ 2022 ຈະເພີ່ມຈຳນວນປະເທດອອກໄປເພີ່ມອີກໃຫ້ກ້ວາງຂວາງ.

ສຳລັບຜູ້ທີ່ມາຈາກປະເທດ ທີ່ບໍ່ໄດ້ຢູ່ໃນລາຍຊື່ປະເທດທີ່ມີຄວາມສ່ຽງຕໍ່າ ຍັງໃຫ້ຕ້ອນຮັບເຂົ້າປະເທດໄທ ແຕ່ຈຳເປັນຕ້ອງກັກໂຕ ຕາມເງື່ອນໄຂ ແລະມາດຕະການທີ່ກຳນົດໄວ້.

ພ້ອມກັນນັ້ນ, ໃນວັນທີ 1 ທັນວາ 2021 ຈະພິຈາລະນາໃຫ້ອະນຸຍາດນັ່ງດື່ມເຄື່ອງດຶ່ມທາດເຫຼົ້າໃນຮ້ານໄດ້ ແລະ ຈະພິຈາລະນາໃຫ້ສະຖານທີ່ບັນເທີງຕ່າງໆ ເປີດໃຫ້ບໍລິການໄດ້ ພາຍໃຕ້ມາດຕະການດ້ານກະຊວງສາທາລະນະສຸກຢ່າງເໝາະສົມ.

ທ່ານນາຍົກໄທກ່າວ “ຂ້າພະເຈົ້າຮູ້ວ່າການຕັດສິນໃຈ ມີຄວາມສ່ຽງ ເມື່ອເຮົາເລີ່ມຕົ້ນຜ່ອນຜັນ ຈະເຮັດໃຫ້ຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນ ເປັນການຊົ່ວຄາວ ເຊິ່ງເຮົາຕ້ອງໄດ້ເຝົ້າລະວັງສະພາບການຢ່າງໃກ້ຊິດ ແລະ ປະເມີນເບິ່ງວ່າ ເຮົາຈະຮັບມືກັບສະຖານະການນັ້ນແນວໃດ ເຮົາຕ້ອງບໍ່ປ່ອຍໂອກາດນີ້ ເພາະຖ້າເຮົາຕ້ອງເສຍໂອກາດໃນຊ່ວງເວລາທອງ ຂອງການທຳມາຫາກິນໄປອີກ ເປັນປີທີ 2 ຕິດຕໍ່ກັນ ຂ້າພະເຈົ້າຄິດວ່າ ປະຊາຊົນຄົງຮັບມືບໍ່ໄຫວອີກຕໍ່ໄປ”.

ຂໍ້ມູນ: Thairath

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...