ໄຟໄໝ້ຮຸນແຮງ ໃຈກາງເມືອງ LA ຂອງສະຫະລັດ ໃຊ້ເວລາ 6 ຊົ່ວໂມງຈິ່ງລະງັບໄດ້!

EyWwB5WU57MYnKOuFIwxnHZ4hvDmzKGDQmoFW1RD5tjVI1U6Qw1XBS

 

ເກີດເຫດໄຟໄໝ້ຮຸນແຮງໃນເຂດໃຈກາງນະຄອນລອສແອງເຈີລີສ ເມື່ອຕອນກາງເດິກຂອງວັນທີ 8 ທັນວາຜ່ານ

ມາເຈົ້າໜ້າທີ່ເຂົ້າລະງັບເຫດກ່ວາ 200 ຄົນ ເຖິງຮຸ່ງແຈ້ງຈິ່ງສາມາດຄວບຄຸມໄດ້.

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 9 ທັນວານີ້ວ່າ ເມື່ອເວລາປະມານ 2 ໂມງກາງຄືນ ຂອງວັນທີ 8 ທັນວານີ້

ຕາມເວລາໃນທ້ອງຖິ່ນ ໄດ້ເກີດເຫດໄຟໄໝ້ອາຄານອາພາດເມັ້ນທີ່ກຳລັງກໍ່ສ້າງ ໃນເຂດໃຈກາງເມືອງຂອງນະຄອນ

ລອສແອງເຈີລີສ ເຮັດໃຫ້ອາຄານ 2 ຫລັງ ທີ່ມີຄວາມຍາວກ່ວາ 200 ແມັດ ຕັ້ງຂະໜານໄປກັບຖະໜົນຫລວງຮາເບີ

ຟຣີເວ ມີໄຟລຸກໄໝ້ຢ່າງຮຸນແຮງ ໂດຍຕ້ອງໄດ້ລະດົມເຈົ້າໜ້າທີ່ດັບເພີງກ່ວາ 200 ຄົນ ເຂົ້າລະງັບເຫດດັ່ງກ່າວ.

 

NjpUs24nCQKx5e1DGn8TnYxXa8bMd4KMIe1zBuEbEWO

NjpUs24nCQKx5e1DGn8TnYxXa8bMd4DhgwXDY0K3d9Y

 

ທັງນີ້ ເຫດການດັງກ່າວ ແມ່ນຕ້ອງໄດ້ໃຊ້ເວລາປະມານ 5-6 ຊົ່ວໂມງ ຈິ່ງສາມາດຄວບຄຸມເພີງໄວ້ໄດ້ ໂດຍເບື້ອງຕົ້ນ

ພົບວ່າ ອາພາດເມັ້ນດັ່ງກ່າວ ໄດ້ຮັບຄວາມເສຍຫາຍທັງໝົດ ສ່ວນອາຄານທີ່ຢູ່ໃກ້ຄຽງກໍໄດ້ຮັບຜົນເສຍຫາຍບາງ

ສ່ວນ ແຕ່ກໍບໍ່ມີລາຍງານເຖິງຜູ້ໄດ້ຮັບບາດເຈັບ ຫລື ເສຍຊີວິດຈາກເຫດການດັ່ງກ່າວນີ້, ສ່ວນສາເຫດຂອງໄຟໄໝ້

ນັ້ນ ຍັງຢູ່ລະຫວ່າງການສືບສວນຂອງເຈົົ້າໜ້າທີ່.

 

NjpUs24nCQKx5e1DGn8TnYxXa8bMd4GdcDeSAjyIhDw

NjpUs24nCQKx5e1DGn8TnYxXa8bMd4Jf5LOtr8L3hVT