ໄທປະກາດມາດຕະການກວດບັດວັກຊີນກ່ອນເຂົ້າປະເທດ

0
1501

ໄທປະກາດມາດຕະການຮອງຮັບເອົານັກທ່ອງທ່ຽວ ໂດຍຍຶດຫຼັກເທົ່າທຽມກັນທຸກປະເທດ ຜູ້ທີ່ເດີນທາງມາຕ້ອງຮັບວັກຊີນປ້ອງກັນໂຄວິດ-19 ຢ່າງໜ້ອຍ 2 ເຂັມ ຫາກປະເທດຕົ້ນທາງມີເງື່ອນໄຂຜົນກວດ RT- PCR ເປັນລົບກ່ອນເຂົ້າປະເທດ ຕ້ອງຊື້ປະກັນສຸຂະພາບທີ່ຄວບຄຸມການກວດໂຄວິດ-19.

ວັນທີ 5 ມັງກອນ 2023 ຮອງນາຍົກລັດຖະມົນຕີ ແລະ ນາຍົກລັດຖະມົນຕີກະຊວງສາທາລະນະສຸກແຫ່ງປະເທດໄທ ໄດ້ປະຊຸມ ກຽມພ້ອມຮັບມືກັບຜູ້ທີ່ເດີນທາງມາຈາກ ສປ.ຈີນ.

ເນື່ອງຈາກວັນທີ 8 ມັງກອນ 2023 ທາງການຈີນ ໄດ້ເລີ່ມອະນຸມັດໃຫ້ປະຊາຊົນຂອງຕົນ ສາມາດເດີນທາງອອກນອກປະເທດໄດ້ ໂດຍໄທມີຄວາມເຫັນໃຫ້ປະຕິບັດຕາມແນວທາງພະຍາດຕິດຕໍ່ທີ່ຕ້ອງເຝົ້າລະວັງ ແລະ ປະຕິບັດກັບຜູ້ເດີນທາງຈາກທຸກປະເທດໃຫ້ເທົ່າທຽມກັນ ທັ້ງນີ້ ຢືນຢັນວ່າ ລະບົບສາທາລະນະສຸກຂອງໄທມີຄວາມກຽມພ້ອມຮອງຮັບສະຖານະການສຸກເສີນ ແລະ ມີແຜນກຽມພ້ອມຫາກມີການລະບາດຮຸນແຮງເກີດຂຶ້ນ.

ແນວທາງໃນການຮອງຮັບນັກທ່ອງທ່ຽວກໍຄື ກ່ອນເຂົ້າປະເທດໄທ ໃຫ້ນັກເດີນທາງສັກວັກຊີນປ້ອງກັນໂຄວິດ-19 ຢ່າງໜ້ອຍ 2 ເຂັມ ຫາກມີອາການກ່ຽວກັບທາງເດີນຫາຍໃຈ ຄວນເລື່ອນການເດີນທາງ ແລະ ຮັກສາໃຫ້ດີກ່ອນ ເພື່ອຫຼຸດການແຜ່ລະບາດ, ຖ້າວ່າ ປະເທດໃດມີຂໍ້ກຳນົດຜູ້ເດີນທາງຕ້ອງມີຜົນກວດ RT- PCR ເປັນລົບກ່ອນກັບເຂົ້າປະເທດ ຕ້ອງຊື້ປະກັນສຸຂະພາບທີ່ຄວບຄຸມການກວດໂຄວິດ-19 ເພື່ອຫຼຸດພາລະຄ່າໃຊ້ຈ່າຍດ້ານສຸຂະພາບຫາກກວດພົບເຊື້ອ.

ແຫຼ່ງຂ່າວ ກະຊວງສາທາລະນະສຸກປະເທດໄທ