ໃກ້ເປັນຈິງແລ້ວ!! ຢາປ້ອງກັນພະຍາດໂຄວິດ-19 ແບບເມັດ ອາດຖືກນໍາໃຊ້ໃນທ້າຍປີນີ້ !!

ການສີດວັກຊີນໃນອະນາຄົດບໍ່ແມ່ນທາງເລືອກດຽວໃນການປ້ອງກັນພະຍາໂຄວິດ-19 ອີກຕໍ່ໄປ ເພາະບໍລິສັດຜະລິດຢາ Pfizer ກໍາລັງເລີ່ມທົດລອງຢາເມັດເພື່ອປິ່ນປົວພະຍາດໂຄວິດ-19 ໃນໄລຍະທໍາອິດກັບມະນຸດ.

ການທົດລອງນີ້ເກີດຂື້ນໃນຫ້ອງທົດລອງຂອງບໍລິສັດ Pfizer ໃນສະຫະລັດອາເມລິກາ ແລະ ແບນຊິກ ໂດຍຂະນະນີ້ຢູ່ໃນຊ່ວງທົດລອງກັບອາສາສະໝັກກວ່າ 60 ຄົນທີ່ຢູ່ໃນຊ່ວງອາຍຸລະຫວ່າ 18 ເຖິງ 60 ປີ ເຊິ່ງພວກເຂົາຈະໄດ້ຮັບຢາເມັດທີ່ຖືກອອກແບບມາເພື່ອຢັບຢັ້ງເຊື້ອພະຍາດໂຄວິດ-19 ແລະ ຖ້າຫາກການທົດລອງສໍາເລັດກໍມີຄວາມເປັນໄປໄດ້ວ່າຢາເມັດແບບກິນນີ້ຈະສາມາດວາງຈໍາໜ່າຍໄດ້ທັນທີພາຍໃນປີນີ້.

ການທົດລອງແບ່ງອອກເປັນ 3 ໄລຍະ ລວມທັງໝົດ 145 ມື້ ແລະ ຈະເພີ່ມອີກ 28 ມື້ ເພື່ອກວດສອບ ແລະ ໃຫ້ຢາເພີ່ມ. ຜົນການວິໄຈໃນເບື້ອງຕົ້ນເຫັນວ່າຄວາມປອດໄພຂອງຢາທີ່ໃຊ້ໃນການສຶກສາໄດ້ຮັບການສຶກສາໃນສັດທົດລອງທີ່ເຫັນວ່າບໍ່ພົບຄວາມສ່ຽງທີ່ຕ້ອງກັງວົນລະຫວ່າງການວິໄຈ ແລະ ຢານີ້ບໍ່ກໍ່ໃຫ້ເກີດຜົນຂ້າງຄຽງ, ສໍາລັບການທົດລອງໃນມະນຸດນັ້ນຈະໃຊ້ເວລາພຽງບໍ່ດົນເທົ່ານັ້ນ.

ທາງບໍລິສັດ Pfizer ກໍາລັງເຮັດວຽກແຂ່ງກັບເວລາ ເພາະຖ້າພວກເຂົາເຮັດປະສົບຜົນສໍາເລັດ ກໍອາດຈະເປັນຢາທີ່ສາມາດຊ່ວຍຊີວິດ ແລະ ສຸຂະພາບຂອງປະຊາຊົນໄດ້ທົ່ວໂລກ ແຕ່ກໍຍັງມີຄວາມກັງວົນເລື່ອງລາຄາຖ້າຫາກວ່າການວິໄຈສໍາເລັດ ແລະ ອອກວາງຈໍາໜ່າຍ ເພາະລາຄາເປັນອຸປະສັກໜຶ່ງທີ່ສໍາຄັນ.