ໂຄວິດພາກຊີວິດເສືອດາວຫິມະ 3 ໂຕໃນສວນສັດຢູ່ສະຫະລັດ

ພະຍາດໂຄວິດ-19 ໄດ້ພາກຊີວິດເສືອດາວຫິມະ 3 ໂຕ ໃນສວນສັດລິນຄອນ ຊິນເດຣນ, ລັດເນບຣາສກາ, ສະຫະລັດອາເມລິກາ ເຊິ່ງໄດ້ສ້າງຄວາມສະເທືອນໃຈໃຫ້ແກ່ບັນດາຜູ້ເຂົ້າຊົມສວນສັດແຫ່ງດັ່ງກ່າວ ເນື່ອງຈາກເສືອດາວຫິມະທັງສາມນັ້ນ ເປັນສັດຄຳຮູ້, ທັງລ່າເລີງ ແລະມີຄວາມສະຫງ່າງາມ ຄົນເຮັດໃຫ້ຫຼາຍຄົນຫຼົງຮັກໃນເວລາພົບເຫັນ.

ເວັບໄຊ ຂ່າວສົດ ອອນໄລນ໌ ລາຍງານວ່າ: ເສືອດາວຫິມະດັ່ງກ່າວມີອາການໄອ, ອ່ອນເພຍ ແລະເບື່ອອາຫານ ກ່ອນກວດພົບເຊື້ອໂຄວິດ-19 ໃນຊ່ວງເດືອນຕຸລາ ຖືເປັນກໍລະນີຕິດເຊື້ອຄັ້ງທຳອິດໃນສວນສັດແຫ່ງນີ້ ແຕ່ໜ້າເສຍດາຍເຈົ້າໜ້າການແພດບໍ່ສາມາດຢື້ຊີວິດເສືອດາວຫິມະທັງສາມໄດ້.

ຕາມຖະແຫຼງຂ່າວຂອງສວນສັດໃນເດືອນຕຸລາຜ່ານມາລະບຸວ່າ ສັດທີ່ຕິດເຊື້ອໂຄວິດຈະໄດ້ຮັບການປິ່ນປົວດ້ວຍການໃຫ້ຢາຕ້ານເຊື້ອ ແລະສານສເຕຣອຍ ແຕ່ບໍ່ໄດ້ລະບຸວ່າ ສັດກຸ່ມນີ້ໄດ້ຮັບການສັກວັກຊີນປ້ອງກັນໂຄວິດ-19 ແລ້ວ ຫຼື ບໍ່.