ແຂວງໄຊສົມບູນ ຈັດພິທີທາງສາສະໜາເທທອງຫຼໍ່ໝວກເຈົ້າອະນຸວົງ

0
780

ວັນທີ 13 ພະຈິກ 2022 ແຂວງໄຊສົມບູນ ໄດ້ຈັດພິທີທາງສາສະໜາ ເພື່ອເທທອງຫຼໍ່ໝວກເຈົ້າອະນຸວົງຂຶ້ນ ທີ່ເດີນສວນສາທາລະນະຖ້ຳເຈົ້າອະນຸວົງ ໂດຍເຂົ້າຮ່ວມພິທີຄັ້ງນີ້ມີທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມການນຳຂັ້ນແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ກ່ອນດໍາເນີນພິທີສູດປະລິຕະມຸງຄຸນ ທ່ານ ພອຍຄໍາ ຮຸ່ງບຸນຍວງ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງການກໍ່ສ້າງອະນຸສາວະລີ ກໍຄືສວນສາທາລະນະຖ້ຳເຈົ້າອະນຸວົງແຫ່ງນີ້ ກໍເພື່ອໃຫ້ພະນັກງານ-ລັດຖະກອນ ທະຫານ-ຕໍາຫຼວດ ຕະຫຼອດຮອດພໍ່ແມ່ປະຊາຊົນຊາວ ແຂວງໄຊສົມບູນ ໂດຍສະເພາະແມ່ນຄົນຮຸ່ນໃໝ່ໄດ້ເຂົ້າໃຈ ແລະ ກໍໄດ້ມູນເຊື້ອອັນດີງາມຂອງເຈົ້າອະນຸວົງ ແລະ ບັນດານັກຮົບປະຕິວັດທີ່ເຄີຍເສຍສະຫຼະ ເພື່ອພາລະກິດປົກປັກຮັກສາປະເທດຊາດ ກໍຄືແຂວງໄຊສົມບູນ ໃນໄລຍະທີ່ເພີ່ນເຄີຍມາພັກຜ່ອນຢູ່ຖ້ຳແຫ່ງນີ້ ແລະ ອີກຢ່າງໜຶ່ງ ກໍເພື່ອເປັນການສ້າງສະຖານທີ່ແຫ່ງນີ້ໃຫ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຄວາມສວຍງາມ ຄົງຄວາມເປັນທໍາມະຊາດ ແລະ ເຕັມໄປດ້ວຍຄວາມໝາຍທາງປະຫວັດສາດ.

ຈາກນັ້ນ ໄດ້ມີພິທີທາງສາສະໜາເພື່ອເປັນສິລິມຸງຄຸນສັກສິດ ແລະ ກາຍເປັນມິ່ງຂວັນຂອງຊາວແຂວງໄຊສົມບູນຕະຫຼອດໄປ.

ແຫຼ່ງຂ່າວ ວຽງຈັນໃໝ່