ແຂວງອັດຕະປື ສະເຫຼີມສະຫຼອງວັນແຫ່ງຊາດຕ້ານຢາເສບຕິດ

0
722

ເນື່ອງໃນໂອກາດການສະເຫລີມສະຫລອງວັນແຫ່ງຊາດຕ້ານຢາເສບຕິດ ຄົຍຮອບ 21 ປີ, (12 ຕຸລາ 2001-12 ຕຸລາ 2022),ພິທີໄດ້ຈັດຂຶ້ນໃນວັນທີ 18 ຕຸລາ 2022 ທີ່ຫໍປະຊຸມໃຫຍ່ຂອງແຂວງໂດຍການເຂົ້າຮ່ວມຂອງທ່ານ ບຸນເສີດ ເສດທິລາດ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງອັດຕະປື,ມີ ທ່ານ ພົນຈັດຕະວາ ສີເວີນ ແກ້ວສີວົງສາ ກໍາມະການພັກແຂວງ, ຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື, ມີບັນດາທ່ານການນໍາຂອງແຂວງ, ພະນັກງານລັດຖະກອນ, ຕະຫຼອດຮອດນັກຮຽນນັກສຶກສາເຂົ້າຮ່ວມ.

ໃນພິທີທ່ານພັທ ອິນທະຫວາ ໂພທິລາດ ຮອງກອງບັນຊາການ,ຫົວໜ້າຫ້ອງຕໍາຫຼວດ ປກສ ແຂວງອັດຕະປື ໄດ້ໃຫ້ກຽດລາຍງານຜົນສໍາເລັດການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ໂດຍສະເພາະ ແມ່ນວຽກງານຄວບຄຸມສະກັດກັ້ນ ແລະ ຕ້ານຢາເສບຕິດຂອງແຂວງແມ່ນໄດ້ປະຕິບັດຕາມກົດ ໝາຍວ່າດ້ວຍຢາເສບຕິດ ແລະ ດຳລັດ ເລກທີ 267/ລບ ລົງວັນທີ 5 ສິງຫາ 2014 ແລະ ໄດ້ແຕ່ງຕັ້ງຄະນະກຳມະການໜື່ງໂດຍການຊີ້ນໍາຂອງທ່ານເຈົ້າແຂວງ ແລະ ມອບໃຫ້ບັນດາພະແນກການ ທີ່ກ່ຽວຂ້ອງປະສານສົມທົບ ແລະ ພ້ອມກັນເຮັດໜ້າທີ່ໃນການແກ້ໄຂບັນຫາຢາເສບຕິດຕາມພາລະ ບົດບາດຂອງໃຜລາວ, ຖືເອົາພະແນກ ກວດກາ ແລະ ຄວບຄຸມຢາເສບຕິດ ຫ້ອງຕຳຫຼວດ ປກສ ແຂວງ ເປັນໃຈກາງປະສານງານ ແລະ ເປັນເສນາທິການໃຫ້ແກ່ຂັ້ນເທິງ ຈິ່ງສາມມາດມີຜົນສຳເລັດ.

ໄລຍະຜ່ານມາກໍໄດ້ຖືສໍາຄັນເຮັດໜ້າທີ່ໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ໂດຍສົມທົບກັບພະແນກ ສຶກສາທິການ ແລະ ກິລາ ແຂວງ ແລະ ຫ້ອງການສຶກສາ 05 ຕົວເມືອງ ຕາມເປົ້າໝາຍທີ່ວາງໄວ້ເປັນຕົ້ນ: ໂຮງຮຽນ, ກຸ່ມບ້ານ ແລະ ບ່ອນຊຸມຊົນອື່ນໆເປັນປົກກະຕິ ແລະ ເປັນວຽກທີ່ຈະຕ້ອງໄດ້ຮີບຮ້ອນແກ້ໄຂຢ່າງທັນການ ແລະ ສາມາດສັງລວມໄດ້ປະເພດຂອງກາງທີ່ສານຕັດສິນແລ້ວ ແລະ ຢາເສບຕິດທີ່ຈະທຳລາຍຖິ້ມໃນຄັ້ງນີີ້: ປະເພດຢາບ້າມີທັງໝົດຢາບ້າຈຳນວນ 95.155 ເມັດ, ກັນຊາແຫ້ງຈໍານວນ 12 ແທ່ງ, ນໍ້າໜັກ 02 ກິໂລກຼາມ, ຢຶດເງິນກີບໄດ້ຈໍານວນ 5.670.000 ລົດຈັກ 4 ຄັນ, 2 ເຄື່ອງ, ສະຫຼຸບຄະດີສົ່ງໃຫ້ໄອຍະການປະຊາຊົນແຂວງ 101 ເລື່ອງ, ຕ້ອງຫາ 140 ຄົນ, ຍິງ 20 ຄົນ (ສັນຊາດຫວຽດນາມ 4 ຄົນ)ໂຈະຄະດີ 9 ເລື່ອງ, ຕ້ອງຫາ 9 ຄົນ, ຄະດີຖືກຊັດມ້ຽນ 2 ເລື່ອງ, ຕ້ອງຫາ 2 ຄົນ (ສັນຊາດຫວຽດນາມ 1 ຄົນ ), ຄະດີຍັງສືບຕໍ່ດຳເນີນ 79 ເລື່ອງ, ຕ້ອງຫາ 171 ຄົນ, ຍິງ 20 ຄົນ(ສັນຊາດຫວຽດນາມ 4 ຄົນ).ຄະດີທີ່ສານຕັດສິນແລ້ວມີ 64 ເລື່ອງ, ຜູ້ຕ້ອງຫາ 86 ຄົນ, ຍິງ 12 ຄົນ, (ສັນຊາດຫວຽດນາມ 4 ຄົນ).
ຂ່າວ-ພາບ: ຂ່າວສານແຂວງອັດຕະປື