ເຮືອບິນ​ຂະໜາດ​ນ້ອຍ​ຈີນ​ຕົກ​ເສຍ​ຊີວິດ 5 ຄົນ

0
1747

ເຮືອບິນ​ໂດຍສານ​ຂະໜາດ​ນ້ອຍ​ຂອງ​ຈີນ ນຳ​ສື່​ມວນ​ຊົນ​ບິນ​ຊົມ​ເສັ້ນທາງ​ທ່ອງ​ທ່ຽວ​ໝູ່​ເກາະ​ນອກ​ແຄມ​ຝັ່ງ​ຕົກຕໍາ​ກັບ​ຂົວ​ທາງ​ຫຼວງ ນອກ​ເມືອງ​ຊຽງ​ໄຮ້​ໃນ​ວັນ​ທີ 20 ກໍລະກົດ​ທີ່​ຜ່ານ​ມາ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 5 ຄົນ ​ແລະ ​ໄດ້​ຮັບ​ບາດ​ເຈັບ 5 ຄົນ ​ເບື້ອງ​ຕົ້ນ​ຍັງ​ບໍ່​ຮູ້​ສາ​ເຫດ.

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ ​ເກີດ​ອຸບັດ​ເຫດ​ເຮືອບິນ​ຂະໜາດ​ນ້ອຍ​ແບບ​ສະ​ເທືອ​ນນ້ຳ​ສະ​ເທືອ​ນບົກ​ ເຊ​ສນາ 208 ບີ​ຕົກ​ຕຳ​ກັບ​ຂົວ​ທາງ​ຫຼວງ​ນອກ​ເມືອງ​ຊຽງ​ໄຮ້​ທາງ​ພາກ​ຕາ​ເວັນ​ອອກ​ຕອນ​ກາງຂອງ​ຈີນ​ໃນ​ວັນ​ທີ 20 ກໍລະກົດ​ທີ່​ຜ່ານ​ມາ ​ເຮັດ​ໃຫ້​ຜູ້​ທີ່ຢູ່​ເທິງ​ເຮືອ​ບິນເສຍ​ຊີວິດ 5 ຄົນ ​ແລະ ​ໄດ້​ຮັບ​ບາດ​ເຈັບ 5 ຄົນ ຊຶ່ງ​ເຮືອບິນ​ດັ່ງກ່າວ​ເປັນ​ຂອງ​ບໍລິສັດ ຈອຍ​ເຈ​ເນີຣັລ ​ເອວິ​ເອຊັນ ທີ່​ໃຫ້​ບໍລິການ​ເຮືອບິນ​ເຊົ່າ​ເໝົາ​ລຳ ອອກ​ເດີນທາງ​ຈາກ​ເຂດ​ຈິ້ນ​ຊານ ນອກ​ເມືອງ​ຊຽງ​ໄຮ້ ມຸ່ງ​ໜ້າ​ສູ່​ເກາະ​ໂຈ​ວຊານ ຫ່າງ​ອອກ​ໄປ​ທາງ​ໃຕ້​ປະມານ 75 ກິ​ໂລ​ແມັດ ​ເພື່ອ​ເປີດ​ເສັ້ນທາງ​ທ່ອງ​ທ່ຽວ​ສູ່​ໝູ່​ເກາະ​ດ້ວຍ​ບໍລິການ​ເຮືອບິນ​ນ້ອຍ​ໃນ​ຖ້ຽວ​ບິນ​ນີ້​ມີ​ນັກ​ບິນ 1 ຄົນ ນັກບິນ​ຜູ້​ຊ່ວຍ 1 ຄົນ ​ແລະ ຜູ້​ໂດຍສານ​ແຂກ​ຮັບ​ເຊີນ 8 ຄົນ ສ່ວນ​ຫຼາຍ​ເປັນ​ສື່​ມວນ​ຊົນ.

ເຮືອບິນ​ຕົກຕໍາ​ກັບ​ຂົວ ຫຼັງ​ຈາກ​ອອກ​ເດີນທາງ​ໄດ້​ພຽງ​ບໍ່​ດົນ ໜ່ວຍ​ກູ້​ໄພ​ພົບ​ຜູ້​ເສຍ​ຊີວິດ​ໃນ​ທີ່​ເກີດ​ເຫດ 5 ຄົນ ​ແລະ ​ໄດ້​ຮັບ​ບາດ​ເຈັບ​ອີກ 5 ຄົນ ນຳ​ຕົວ​ສົ່ງ​ໂຮງໝໍ ​​ເບື້ອງ​ຕົ້ນ​ເຈົ້າ​ໜ້າ​ທີ່​ຍັງ​ບໍ່​ຮູ້​ສາຍ​ເຫດ ຊຶ່ງ​ຈະ​ເລັ່ງສືບສວນ​ຕໍ່​ໄປ.