ເຫດໄຟໄໝ້ຕະຫລາດຊັ່ງຈຽງແມ່ນເກີດຈາກໄຟຟ້າລັດວົງຈອນ

ເມື່ອທ້າຍອາທິດຜ່ານມານີ້, ອົງການປົກຄອງນະຄອນຫລວງວຽງຈັນ, ໄດ້ລາຍງານຄວາມຄືບໜ້າການສືບສວນ-ສອບສວນ ສາເຫດໄຟໄໝ້ຕະຫລາດຊັ່ງຈຽງ ໃນເວລາປະມານ 17 ໂມງຂອງວັນທີ 14 ກໍລະກົດຜ່ານມານີ້, ແມ່ນຍ້ອນໄຟຟ້າລັດວົງຈອນ.

ເຈົ້າໜ້າທີ່ ປກສ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ອີງໃສ່ພະຍານ, ກ້ອງວົງຈອນປິດ ແລະ ການລົງເກັບກຳຂໍ້ມູນເປັນເວລາກວ່າ 1 ເດືອນ, ເຈົ້າໜ້າທີ່ສາມາດສະຫລຸບໄດ້ວ່າ: ໄຟໄໝ້ສູນການຄ້າດັ່ງກ່າວແມ່ນຍ້ອນໄຟຟ້າລັດວົງຈອນ, ຊຶ່ງສາມາດສັງເກດເຫັນຈຸດເກີດເຫດແມ່ນຢູ່ຫລັງຮ້ານຂາຍເຄື່ອງສຽງ ໜ້າທາງເຂົ້າຊ້າຍມື ແລະ ບວກໃສ່ກັບລະບົບໄຟຟ້າຂອງສູນການຄ້າແມ່ນເກົ່າເຮັດໃຫ້ມີໄຟຊ໋ອດ ແລະ ເກີດໄຟລຸກໄໝ້ຢ່າງໄວວາ.

ສູນການຄ້າສາກົນຊັ່ງຈຽງ ສ້າງຕັ້ງຂຶ້ນກວ່າ 10 ປີແລ້ວ, ໂດຍແມ່ນນັກລົງທຶນຈີນເປັນຜູ້ລົງທຶນສຳປະທານໃນເນື້ອທີ່ດິນທັງໝົດ 17 ເຮັກຕາ ເປັນເວລາ 50 ປີ, ມີຫ້ອງຂາຍເຄື່ອງທັງໝົດ 430 ຫ້ອງ, ຂາຍເຄື່ອງປະເພດເສື້ອຜ້າ, ເກີບ, ກະເປົາ, ເຄື່ອງຫລີ້ນເດັກນ້ອຍ, ຜ້າກັ້ງ, ເຄື່ອງສຽງ ແລະ ອື່ນໆ.

ເມື່ອບໍ່ດົນມານີ້, ເຈົ້າຂອງສູນການຄ້າດັ່ງກ່າວ ໄດ້ອອກມາສະແດງຄວາມເສຍໃຈຕໍ່ເຫດຮ້າຍທີ່ບໍ່ເພີ່ງປາຖະໜາດັ່ງກ່າວ ແລະ ໄດ້ຢືນຢັນວ່າ: ຈະເລັ່ງຈັດສັນພື້ນທີ່ໃຫ້ຊາວຄ້າຂາຍທີ່ໄດ້ຮັບຜົນກະທົບເພື່ອໃຫ້ເຂົາເຈົ້າມີບ່ອນຂາຍເຄື່ອງໂດຍໄວ.

 

ແຫລ່ງຂ່າວ: ໜັງສືພິມ ລາວພັດທະນາ.