ເຊີນຊວນທຸກພາກສ່ວນໃນສັງຄົມ ຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວ ຢູ່ແຂວງຢູນຈານ ສປ ຈີນ

 

ຂປລ. ​ໃນ​ວັນ​ທີ 13 ​ເດືອນ​ສິງຫາ ປີ 2014 ນີ້, ສະມາຄົມ​ມິດຕະພາບ​ລາວ-ຈີນ ​ໄດ້​ອອກ​ແຈ້ງ​ຂ່າວ​ລະດົມ​ທຶນ

​ເພື່ອ​ຊ່ວຍ​ເຫລືອ​ປະຊາຊົນ​ຈີນ ທີ່​ຖືກ​ໄພ​ພິບັດ​ຈາກ​​ແຜ່ນດິນ​ໄຫວຢ່າງ​ຮ້າຍ​ແຮງ​ຢູ່​ແຂວງ​ຢຸນນານ ສປ ຈີນ

​ເຊິ່ງມີ​ເນື້ອ​ໃນ​ວ່າ: ​ໃນ​ວັນ​ທີ 3 ​ເດືອນ​ສິງຫາ ປີ 2014 ​ເວລາ 16.30 ​ໂມງ (ຕາມ​ເວລາທ້ອງ​ຖິ່ນ) ຢູ່​ເມືອງ​ຫູ​ຕ້ຽນ,

ນະຄອນ​ຈາວ​ທົງ ​ແຂວງ​ຢຸນນານ ສປ ຈີນ ​ໄດ້​ເກີດ​ແຜ່ນດິນ​ໄຫວ​ຢ່າງ​ຮ້າຍ​ແຮງ ​ໃນ​ຮອບ 100 ປີ; ອັນ​ໄດ້​ສ້າງ​

ຄວາມ​ເສ​ຍຫາຍ ​ແກ່​ຊີວິດ ​ແລະ ຊັບສິນຂອງ​ປະຊາຊົນ​ຈີນ​ອ້າຍ​ນ້ອງ ຈຳນວນ​ຫລວງຫລາຍ, ມີ​ຄົນ​ເສຍ​ຊີວິດ​

ແລ້ວ​ຫລາຍ​ກວ່າ 600 ຄົນ, ຫາຍ​ສາບ​ສູນ​ຫລາຍ​ກວ່າ 100 ຄົນ, ບາດ​ເຈັບ​ຫລາຍ​ກວ່າ 3.000 ຄົນ, ​ເຮືອນ​

ຊານ​ບ້ານ​ຊ່ອງ, ພື້ນຖານ​ໂຄງ​ລ່າງ​ເຊັ່ນ: ລະບົບ​ໄຟຟ້າ, ນ້ຳ​ປະປາ, ຖະໜົນ​ຫົນທາງ, ລະບົບສື່ສານ ​ແລະ ອື່ນໆ

ຖືກ​ທຳລາຍ​ຢ່າງ​ໜັກໜ່ວງຢູ່​ເຂດ​ດັ່ງກ່າວ.


ສະມາຄົມ​ມິດຕະພາບ​ລາວ-ຈີນ ​ໂດຍ​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ຂັ້ນ​ເທິງ ຖື​ໂອກາດ​ນີ້ ຂໍ​ເຊີນຊວນ ພໍ່​ແມ່ປະຊາຊົນ,

ພະນັກງານ, ທະຫານ, ຕຳຫລວດ, ນັກທຸ ລະກິດ, ນັກຮຽນ, ນັກ​ສຶກສາ, ສະມາຄົມ​ມິດຕະພາບ​ລາວ-ຈີນ ທຸກ

​ສາຂາ​ໃນ​ທົ່ວ​ປະ​ເທດ, ຈົ່ງ​ສະ​ແດງ​ຄວາມ​ເຫັນ​ອົກ​​ເຫັນ​ໃຈ ​ແລະ ສະ​ແດງ​ນ້ຳ​ໃຈ​ ມິດຕະພາບທີ່​ມີ​ມູນ​ເຊື້ອຮັກ​

ແພງ​ສາມັກຄີ​ຊ່ວຍ​ເຫລືອ​ເຊິ່ງກັນ ​ແລະ ກັນ ດ້ວຍ​ການ​ບໍລິຈາກ​ປັດ​ໄຈ ປະກອບສ່ວນ​ແບ່ງ​ເບົາ​ບັນ​ເທົາ​ທຸກ

​ໄປ​ຊ່ວຍ​ປະຊາຊົນ​ຊາວ​ນະຄອນ​ຈາວ​ທົງ ສປ ຈີນ ອ້າຍ​ນ້ອງ​ຜູ້​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​ໄພພິບັດ​ແຜ່ນ​ດິນ​​ໄຫວ​

ຄັ້ງ​ນີ້.


ວິທີ​ການ​ບໍລິຈາກ​ມີ​ດັ່ງ​ນີ້: ຢູ່​ຂັ້ນ​ສູນ​ກາງ ​ໃຫ້​ບໍລິຈາກ​ໂດຍ​ກົງ​ທີ່​ຫ້ອງການ​ເລຂາທິການ​ສະມາຄົມ​ມິດຕະພາບ​

ລາວ-ຈີນ, ຫ້ອງການ​ຄະນະ​ກຳມາ​ທິການຮ່ວມ​ມື​ ລາວ-ຈີນ, ກະຊວງ​ແຜນການ ​ແລະ ການ​ລົງທຶນ, ຖະໜົນ

ຫລວງ​ພະ​ບາງ, ນະຄອນຫລວງ​ວຽງ​ຈັນ.


ຢູ່​ນະຄອນ​ຫລວງ​ວຽງ​ຈັນ ​ໃຫ້​ບໍລິຈາກ​ຢູ່​ພະ​ແນ​ກການ​ຕ່າງປະ​ເທດ ນະຄອນຫລວງ​ວຽງ​ຈັນ, ສຳນັກງານ​ ຊັ້ນ 2

ຕຶກ​ສຳນັກງານ​ອົງການ​ປົກຄອງ ​ນະຄອນຫລວງວຽງ​ຈັນ (ຖະໜົນ​ໂພ​ນໄຊ, ບ້ານ​ໂພນ​ໄຊ ​ເມືອງ​ໄຊ​ເສດ​ຖາ ນະ

ຄອນຫລວງ​ວຽງ​ຈັນ ​ໂທ: 021 260240).


ຢູ່​ແຂວງ​ຕ່າງໆ ​ໃຫ້​ບໍລິຈາກ​ຢູ່​ພະ​ແນ​ກການ​ຕ່າງປະ​ເທດ​ປະຈຳ​ແຂວງ.


ສຳລັບ​ໃນ​ຄ່ຳ​ຄືນ​ວັນ​ທີ 15 ​ເດືອນ​ສິງຫາ ປີ 2014 ​ເວລາ 20 ​ໂມງ ຈະ​ໄດ້​ຈັດ​ງານ​ຮັບ​ບໍລິຈາກ​ຢູ່​​ໂຮງ​ແຮມ​ແລນ​

ມາກ,ນະຄອນຫລວງ​ວຽງ​ຈັນ.


ດັ່ງ​ນັ້ນ, ຈຶ່ງ​ແຈ້ງ​ຂ່າວ​ມາ​ຍັງ​ທ່ານ​ເພື່ອ​ຊາບ ​ແລະ ຮ່ວມ​ປະກອບສ່ວນ​ສົມທົບ​ທຶນ​ຊ່ວຍ​ຜູ້​ປະສົບ​ໄພ ຢູ່ ສປ ຈີນ​ໃນ​

ຄັ້ງ​ນີ້​ດ້ວຍ.

 

ລາຍ​ລະອຽດ​ພົວພັນ: 020 99801179; 99801188; 22203866; 22228689; 56532055; 22225649.

 

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ