ເຈົ້າຄອງເນັ້ນ ໂຄງການພັດທະນາໜອງແປນ ຕ້ອງຮັກສາສະພາບແວດລ້ອມ

20150127112541

ທ່ານ ​ດຣ. ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ພ້ອມ​ດ້ວຍ​ຄະນະ ໄດ້​ລົງ​ເຄື່ອນໄຫວ​ຢ້ຽມຢາມ​ຊຸກຍູ້​ໂຄງການ ​ກໍ່ສ້າງ​ເຂດ​ພັດທະນາ​ໜອງ​ແປນ ເມືອງ​ຫາດ​ຊາຍ​ຟອງ ນະຄອນຫຼວງ​ວຽງ​ຈັນ ເປັນ​ແຫຼ່ງ​ທ່ອງທ່ຽວ​ຂອງ​ອາ​ຊຽນ ໃນ​ວັນ​ທີ 24 ມັງກອນ 2015 ໂດຍ​ໃຫ້ການຕ້ອນຮັບ​ຂອງ​ທ່ານ ບຸນ​ທາມ ພຸດທະ​ວົງສາ ເຈົ້າເມືອງ​ຫາດ​ຊາຍຟອງ ແລະ ຄະນະ ພ້ອມ​ດ້ວຍທ່ານ ທະນະ​ກິດ ສຸວັນນະ​ວົງ ປະທານບໍລິສັດ ການ​ຄ້າ​ສາກົນລາວ-ເອ​ເຊຍ ຈຳກັດ​ຜູ້​ດຽວ ແລະ ພະນັກງານ​ພາຍ​ໃນ​ບໍລິສັດ​ດັ່ງກ່າວ.

ໃນ​ໂອກາດ​ດຽວ​ກັນ ທ່ານ ທະນະ​ກິດ ສຸວັນນະ​ວົງ ປະທານບໍລິສັດ ກໍ່​ໄດ້​ຂຶ້ນ​ລາຍ​ງານ​ຫຍໍ້ກ່ຽວ​ກັບ​ສະພາບ​ລວມ ແລະ ຄວາມ​ເປັນ​ມາ​ຂອງ​ໂຄງການໜອງ​ແປນ ​ທີ່​ໄດ້​ຮັບ​ອະນຸຍາດ​ສຳປະທານ​ໂດຍບໍລິສັດ ການ​ຄ້າ​ສາກົນ​ລາວ-ເອ​ເຊຍ ຈຳກັດ​ຜູ້​ດຽວ ແລະ ໄດ້​ເຊັນ​ບົດ​ບັນທຶກ​ຄວາມເຂົ້າໃຈ (MOU) ເພື່ອ​ສຶກ​ສາຄວາມ​ເປັນ​ໄປ​ໄດ້​ໃນ​ການ​ສຳ​ປະທານ​ເນື້ອທີ່​ດິນ​ໜອງ​ແປນ ເມືອງຫາດ​ຊາຍ​ຟອງ ນວ ກັບອົງການ​ປົກຄອງ​ນະຄອນຫຼວງ ໂດຍມີ​ຕາງໜ້າ​ພະ​ແນກ​ແຜນການ-ການ​ລົງທຶນ ນວ ໃນ​ຄັ້ງ​ວັນ​ທີ 17 ມິຖຸນາ 2012 ມາ​ເຖິງວັນ​ທີ 10 ກໍລະກົດ 2014 ໂຄງການ​ດັ່ງກ່າວ​ ໄດ້​ຮັບ​ອະນຸມັດ​ໃນ​ການ​ເຊັນສັນຍາ​ສຳ​ປະທານ​ເນື້ອທີ່​ດິນໜອງ​ແປນ 73 ​ຮຕ ເຊິ່ງ​ເປັນໂຄງການ​ລົງທຶນ​ຂອງ​ເອກະ​ຊົນພາຍ​ໃນ 100% ໂດຍ​ມີ​ເປົ້າໝາຍ​ໃນ​ການ​ພັດທະນາ ​ໃຫ້​ກາຍເປັນ​ແຫຼ່ງ​ທ່ອງ​ທ່ຽວ​ຄົບ​ວົງ​ຈອນ (ASAIN) ເປັນຕົ້ນ ສວນ​ສະໜຸກ ໂຮງແຮມ 5 ດາວ ສູນ​ການ​ຄ້າ ສະໜາມ​ກ໋ອບ 18 ຫຼຸມ ສະຖານທີ່​ບັນ​ເທິງ ຄັບ​ເຮົ້າ ແລະ ກິດ​ຈະກຳ​ອື່ນໆ​ທີ່​ບໍ່​ຂັດ​ກັບ​ລະບຽບ​ກົດໝາຍ​ຂອງ ​ສປປ ລາວ ນອກ​ນັ້ນ ຍັງ​ມີ​ສະຖານທີ່​ອ່າງເກັບນ້ຳ​ຈືດ ເປັນ​ທະເລ​ທຽມ ເຮືອນ​ວັດທະນະທຳ​ຂອງ​ອາ​ຊຽນ 10 ປະເທດ ແລະ ອື່ນໆ ສຳລັບ​ມູນ​ຄ່າ​ການລົງທຶນ​ແມ່ນ 50.000.000 ລ້ານ​ໂດ​ລາ​ສະຫະລັດ ມີ​ອາຍຸ​ສຳປະທານ 70 ປີ ພ້ອມ​ດຽວ​ກັນ​ນັ້ນ ທາງ​ບໍລິສັດ​ແມ່ນ​ຍັງ​ໄດ້​ຮັບ​ຜິດຊອບ​ໃນ​ການ​ຊົດ​ເຊີຍ​ມູນ​ຄ່າ​ທີ່ດິນ​ຂອງ​ ປະຊາຊົນ​ທີ່​ຖືກ​ໂຄງການ ​ເປັນ​ເງິນ 6.542 ຕື້​ກວ່າ​ກີບ ກຳນົດ​ເວລາກໍ່ສ້າງ 6 ປີ ເລີ່ມ​ລົງມື​ກໍ່ສ້າງ​ໃນ​ເດືອນ 10 ປີ 2014 ແລະ ພ້ອມ​ດຽວ​ກັນ ທ່ານເຈົ້າ​ຄອງ ນວ ກໍ່​ໄດ້​ໃຫ້​ກຽດໂອ້​ລົມ​ມີ​ຄຳ​ເຫັນ ແລະ ຊົມເຊີຍ​ຕໍ່ຄວາມ​ຄືບ​ໜ້າ​ຂອງ​ໂຄງການ​ທີ່ເປັນ​ໄປ​ດ້ວຍ​ດີ ເຊິ່ງ​ທ່ານ​ກໍ່​ໄດ້​ເນັ້ນໃຫ້​ໂຄງການເອົາໃຈໃສ່​ຕື່ມ ​ໃຫ້ໂຄງການ​ຕ້ອງ​ເອົາໃຈໃສ່​ໃນ 3 ບັນຫາ​ຕົ້ນຕໍ​ແມ່ນ​ເລື່ອງ​ຂອງແຜນຜັງ​ເກັບ​ກຳ​ນ້ຳ​ເສຍ ເພື່ອຮັກສາ​ສະພາບ​ແວດ​ລ້ອມສຳຄັນແມ່ນ​ດິນ ນ້ຳ ອາກາດ ຈາກ​ນັ້ນ ກໍ່​ໃຫ້​ເອົາໃຈໃສ່​ໃນ​ການ​ປະຕິບັດຄ່າ​ຊົດ​ເຊີຍ​ໃຫ້​ປະຊາຊົນ​ຢ່າງເໝາະ​ສົມ ສ້າງ​ວຽກ​ເຮັດ​ໃຫ້​ປະຊາ​ຊົນ​ໃກ້​ຄຽງ​ມີ​ລາຍ​ໄດ້ ແລະ ສຳຄັນ​ໃຫ້​ປູກ​ຕົ້ນໄມ້​ຂຽວ ເພື່ອຮັກສາ​ສິ່ງແວດລ້ອມຕາມ​ທິດ 6 ສ ສະເພາະ ສ ສີຂຽວ ຈາກ​ນັ້ນ ທ່ານ​ເຈົ້າ​ຄອງ ແລະ ຄະນະ​ກໍ່​ໄດ້ເລາະ​ເບິ່ງ​ຕົວ​ຈິງ​ຂອງ​ໜ້າ​ວຽກເຫັນ​ວ່າ ​ມີ​ຄວາມ​ຄືບ​ໜ້າ​ຫຼາຍສົມຄວນ ແລະ ເລາະ​ກວດເບິ່ງຮ່ອງ​ລະບາຍ​ນ້ຳ​ເສຍ​ລົງ​ສູ່​ນ້ຳຂອງ​ອີກ​ດ້ວຍ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່